ອາເມລິກາ ຖະແຫຼງກ່ຽວກັບຄວາມຕາຍຂອງລູກຊາຍຫົວໜ້າອົງການກໍ່ການຮ້າຍ Al – Qaeda”

(VOVWORLD) - ໃນບັ້ນຮົບຕ້ານກຸ່ມກໍ່ການຮ້າຍລຽບຕາມຊາຍແດນ ອາບການິດສະຖານ - ປາກິດສະຖານ, ກໍາລັງ ອາເມລິກາ ໄດ້ດັບສູນ Hamza bin Laden ລູກຊາຍ ແລະ ທັງເປັນຜູ້ສືບທອດທີ່ໄດ້ຮັບການບົ່ງຕົວຂອງທ່ານ Osama bin Laden ເຊິ່່ງເປັນຜູ້ສ້າງຕັ້ງເຄືອຂ່າຍກໍ່ການຮ້າຍສາກົນ Al – Qaeda.

        ໃນຖະແຫຼງການສະບັບໜຶ່ງ ໂດຍທໍານຽບຂາວປະກາດໃນວັນທີ 14 ກັນຍາ, ທ່ານປະທານາທິບໍດີ  ອາເມລິກາ Donald Trump ຢັ້ງຢືນວ່າ: “Hamza bin Laden ສະມາຊິກຂັ້ນສູງຂອງ ອົງການກໍ່່ການຮ້າຍ Al – Qaeda ແລະ ແມ່ນລູກຊາຍຂອງ Osama bin Laden ເຊິ່ງເປັນຕົວການດໍາເນີນບັນດາການບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດໃນວັນທີ 11 ກັນຍາ ປີ 2001 ຢູ່ອາເມລິການັ້ນ ຖືກດັບສູນໃນບັ້ນຮົບຕ້ານການກໍ່ການຮ້າຍຂອງ ອາເມລິກາ ຢູ່ເຂດຊາຍແດນ ອາບການິດສະຖານ - ປາກິດສະຖານ”.


ຕອບກັບ

ຂ່າວ/ບົດ​ອື່ນ