ອາ​ເມ​ລິ​ກາ ຖະ​ແຫຼງພະ​ຍາດ​ໝາກ​ສຸກ​ລີງ ກຳ​ລັງ​ຢູ່​ໃນ​ສະ​ພາ​ວະ​ສຸກ​ເສີນ​ກ່ຽວ​ກັບ​ສຸ​ຂະ​ພາບ​ຂອ​ງວົງ​ຄະ​ນະ​ຍາດ

(VOVWORLD) -ອາເມລິກາ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໝາກສຸກລີງເກືອບ 7.000 ຄົນ ຢູ່ເກືອບທຸກລັດ. ແຕ່ບັນດານັກຊ່ຽວຊານຖືວ່າ ຈຳນວນຜູ້ຕິດພະຍາດນີ້ໃນຕົວຈິງ ອາດຈະຫຼາຍກວ່ານີ້ອີກ.
ອາ​ເມ​ລິ​ກາ ຖະ​ແຫຼງພະ​ຍາດ​ໝາກ​ສຸກ​ລີງ ກຳ​ລັງ​ຢູ່​ໃນ​ສະ​ພາ​ວະ​ສຸກ​ເສີນ​ກ່ຽວ​ກັບ​ສຸ​ຂະ​ພາບ​ຂອ​ງວົງ​ຄະ​ນະ​ຍາດ - ảnh 1ປະຊາຊົນ ອາເມລິກາ ລໍຖ້າສັກວັກຊິນກັນເຊື້ອພະຍາດ ໝາກສຸກລີງ (ພາບ: AFP/TTXVN)

ຕໍ່ໜ້າການຜັນແປຢ່າງສັນສົນຂອງພະຍາດໝາກສຸກລີງ, ວັນທີ 04 ສິງຫາ, ອຳນາດການປົກຄອງທ່ານປະທານາທິບໍດີ Joe Biden  ໄດ້ຖະແຫຼງວ່າ ພະຍາດນີ້ ກຳລັງຢູ່ໃນສະພາວະສຸກເສີນກ່ຽວກັບສຸຂະພາບຂອງວົງຄະນະຍາດ. ຖະແຫຼງການນີ້ ຈະກະຕຸ້ນບ້ວງງົບປະມານໃໝ່, ວຽກງານໜູນຊ່ວຍເກັບກຳຂໍ້ມູນ ແລະ ອະນຸຍາດໃຫ້ ຜັນຂະຫຍາຍກຳລັງຊັບພະຍາກອນມະນຸດເພີ່ມເຕີມແກ່ບັ້ນຕໍ່ສູ້ຕ້ານໂລກລະບາດນີ້. ກ່າວຄຳເຫັນທີ່ການຖະແຫຼງຂ່າວໜຶ່ງ, ທ່ານ Xavier Becerra ລັດຖະມົນຕີກະຊວງສາທາລະນະສຸກ ແລະ ການບໍລິການຊີວິດຂອງມະນຸດ ອາເມລິກາ ໄດ້ບອກເຕືອນວ່າ ປະຊາຊົນບໍ່ຄວນປະໝາດ ແລະ ຕັ້ງໜ້າໜູນຊ່ວຍວົງການສາທາລະນະສຸກຮັບມືກັບພະຍາດນີ້.

        ໄລ່ມາຮອດປັດຈຸບັນ, ອາເມລິກາ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໝາກສຸກລີງເກືອບ 7.000 ຄົນ ຢູ່ເກືອບທຸກລັດ. ແຕ່ບັນດານັກຊ່ຽວຊານຖືວ່າ ຈຳນວນຜູ້ຕິດພະຍາດນີ້ໃນຕົວຈິງ ອາດຈະຫຼາຍກວ່ານີ້ອີກ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ