ອາເມລິກາ ຖະແຫຼງຢຸດຕິຄຳສັ່ງໂຈະການຊ້ອມຮົບໃນແຫຼມ ເກົາຫຼີ

(VOVWORLD) - ທ່ານ James Mattis, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າຂໍ້ຕົກລົງໂຈະບັນດາການຊ້ອມຮົບຊົ່ວຄາວແມ່ນ “ມາດຕະການທີ່ມີເຈດຕະນາດີ” ພາຍຫຼັງການພົບປະສຸດຍອດລະຫວ່າງການນຳ ອາເມລິກາ ແລະ ສປປ ເກົາຫຼີ...

ອາເມລິກາ ຖະແຫຼງຢຸດຕິຄຳສັ່ງໂຈະການຊ້ອມຮົບໃນແຫຼມ ເກົາຫຼີ - ảnh 1 ທະຫານ ອາເມລິກາ ແລະ ສ. ເກົາຫຼີ ໃນການຊ້ອມຮົບ

(ພາບ: Yonhap/TTXVN)

ວັນທີ 28 ສິງຫາ, ທຳນຽບ 5 ແຈ ຖະແຫຼງວ່າ ອາເມລິກາ ຈະໂຈະບັນດາການຊ້ອມຮົບໃນແຫຼມ ເກົາຫຼີ ໄວ້. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານ James Mattis, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າຂໍ້ຕົກລົງໂຈະບັນດາການຊ້ອມຮົບຊົ່ວຄາວແມ່ນ “ມາດຕະການທີ່ມີເຈດຕະນາດີ” ພາຍຫຼັງການພົບປະສຸດຍອດລະຫວ່າງການນຳ ອາເມລິກາ ແລະ ສປປ ເກົາຫຼີ ຢູ່ສິງກະໂປ ເມື່ອເດືອນມິຖຸນາ ຜ່ານມາ, ແລະ ປະຈຸບັນ, ວໍຊິງຕັນ ບໍ່ມີເຈດຕະນາຢາກຮັກສາມາດຕະການນີ້ອີກ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Matis ກໍ່ຢັ້ງຢືນວ່າ ອາເມລິກາ ຍັງບໍ່ທັນດຳເນີນການຊ້ອມຮົບຄືນໃໝ່ ເຊິ່ງ “ພວມພິຈາລະນາວ່າ ບັນດາການເຈລະຈາຈະມີການຜັນແປຄືແນວໃດ.”

        ຖະແຫຼງການດັ່ງກ່າວຂອງທ່ານ Mattis ໄດ້ຍົກອອກມາໃນສະພາບທີ່ປະກົດມີບັນດາສັນຍານເຄັ່ງຕຶງໃນການພົວພັນລະຫວ່າງ ອາເມລິກາ ແລະ ສປປ ເກົາຫຼີ ທີ່ກ່ຽວຂ້ອງເຖິງວິວັດທະການການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ