ອາເມລິກາ ຖະແຫຼງວ່າ ຈະລົງໂທດບໍ່ວ່າປະເທດໃດ ທີ່ຊື້ນ້ຳມັນຂອງ ອີຣານ

(VOVWORLD) -  ວັນທີ 09 ກັນຍາ, ເຈົ້າໜ້າທີ່ອຳນາດການປົກຄອງ ອາເມລິກາ ທ່ານໜຶ່ງໄດ້ຖະແຫຼງວ່າ: ອາເມລິກາ ຈະສືບຕໍ່ຈັດວາງບັນດາຄຳສັ່ງລົງໂທດຕໍ່ບໍ່ວ່າປະເທດໃດທີ່ຊື້ນ້ຳມັນ ຫຼື ພົວພັນແລກປ່ຽນການຄ້າກັບກຳລັງພິທັກຮັກສາປະຕິວັດ ອີຣານ.
ອາເມລິກາ ຖະແຫຼງວ່າ ຈະລົງໂທດບໍ່ວ່າປະເທດໃດ ທີ່ຊື້ນ້ຳມັນຂອງ ອີຣານ - ảnh 1ພາບປະກອບ / Reuters 

        ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 08 ກັນຍາ, ທ່ານນາງ Sigal Mandelker ຮອງລັດຖະມົນຕີກະຊວງການເງິນ ອາເມລິກາ ຮັບຜິດຊອບກ່ຽວກັບລັດທິກໍ່ການຮ້າຍ ແລະ ສືບລາຊະການລັບການເງິນໃຫ້ຮູ້ວ່າ: ຈະບໍ່ມີປະເທດໃດນອນນອກເໜືອຈາກກົດຕໍ່ບັນດາຄຳສັ່ງຫ້າມຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງການຊື້ນ້ຳມັນຂອງ ອີຣານ. ທ່ານນາງ Sigal Mandelker ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວຊື້-ຂາຍນ້ຳມັນຂອງ ອີຣານ ໄດ້ຫລຸດລົງພໍສົມຄວນ ຍ້ອນກຳລັງກົດດັນຈາກ ອາເມລິກາ. ການສົ່ງອອກນ້ຳມັນດິບຂອງ ອີຣານ ໄດ້ຫລຸດລົງ 80% ພາຍຫລັງອາເມລິກາ ຈັດວາງບັນດາຄຳສັ່ງລົງໂທດຄືນໃໝ່ ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ ເຊິ່ງລົງນາມໃນປີ 2015. ບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແນໃສ່ກໍ່ຄວາມກົດດັນບັງຄັບ ອີີຣານ ຕ້ອງເຫັນດີຈຳກັດບັນດາການເຄື່ອນໄຫວນິວເຄຼຍ, ຍົກເລີກໂຄງການລູກສອນໄຟນຳວິຖີ ແລະ ຢຸດຕິການໜູນຊ່ວຍບັນດາກຳລັງທີ່ແຕ່ງຕັ້ງຢູ່ພາກພື້ນຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ