ອາເມລິກາ ຖະແຫຼງວ່າ ຈະສືບຕໍ່ມີການກະທຳ ຈົນເຖິງຍາມໃດ ຈີນ ຢຸດຕິການກະທຳບີບບັງຄັບຢູ່ທະເລຕາເວັນອອກ

(VOVWORLD) -  ວັນທີ 26 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ອອກຖະແຫຼງການໂດຍເນັ້ນໜັກວ່າ ອາເມລິກາ ຈະສືບຕໍ່ມີການກະທຳຈົນເຖິງຍາມໃດ ຈີນ ຢຸດຕິການກະທຳບີບບັງຄັບຢູ່ທະເລຕາເວັນອອກ.
ອາເມລິກາ ຖະແຫຼງວ່າ ຈະສືບຕໍ່ມີການກະທຳ ຈົນເຖິງຍາມໃດ ຈີນ ຢຸດຕິການກະທຳບີບບັງຄັບຢູ່ທະເລຕາເວັນອອກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo  (ພາບ: NBC News)

        ຖະແຫຼງການຂອງທ່ານລັດຖະມົນຕີການຕ່າງປະເທດ Pompeo ຢືນຢັນວ່າ ອາເມລິກາ ສະໜັບສະໜູນທະເລຕາເວັນອອກທີ່ມີເສລີພາບ ແລະ ເປີດ. ອາເມລິກາ ເຄົາລົບບັນດາສິດອະທິປະໄຕຂອງບັນດາປະເທດທັງໝົດ, ບໍ່ວ່າປະເທດນ້ອຍ ຫຼື ໃຫຍ່ ແລະ ຊອກຫາວິທີຮັກສາສັນຕິພາບ ແລະ ເສລີພາບຢູ່ທະເລຕາມກົດໝາຍສາກົນ. ທ່ານ Pompeo ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ອາເມລິກາ ຈະເລີ່ມຕົ້ນຈັດວາງການຈຳກັດອອກວີຊາໃຫ້ບັນດາບຸກຄົນຂອງ ຈີນ ທີ່ມີຄວາມຮັບຜິດຊອບ ຫຼື ມີສ່ວນກ່ຽວຂ້ອງເຖິງການເຄື່ອນໄຫວຂຸດຖົມດິນຂະໜາດໃຫຍ່, ກໍ່ສ້າງ ຫຼື ຫັນບັນດາຄ້າຍເປັນການທະຫານຢູ່ເຂດທີ່ມີການຂັດແຍ້ງກັນຢູ່ທະເລຕາເວັນອອກ ຫຼື ເລື່ອງ ຈີນ ມີການກະທຳບີບບັງຄັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງມີການຖະແຫຼງອະທິປະໄຕ ແນໃສ່ສະກັດກັ້ນບັນດາປະເທດດັ່ງກ່າວ ສຳຜັດກັບແຫຼ່ງຊັບພະຍາກອນຢູ່ນອກຝັ່ງ. ບັນດາບຸກຄົນດັ່ງກ່າວ ບໍ່ອະນຸຍາດເຂົ້າເມືອງ ອາເມລິກາ ແລະ ຄອບຄົວຂອງເຂົາເຈົ້າ ກໍ່ຈະຖືກຈຳກັດການອອກວິຊາ.

        ນອກນັ້ນ, ກະຊວງການຄ້າ ອາເມລິກາ ໄດ້ເພີ່ມເຕີມລັດວິສາຫະກິດ ຈີນ 24 ແຫ່ງເຂົ້າໃນບັນຊີລາຍຊື່ບັນດາອົງການຈັດຕັ້ງ, ບຸກຄົນທີ່ມີການເຄື່ອນໄຫວໄປຝືນກັບຄວາມໝັ້ນຄົງຂອງ ອາເມລິກາ (Entity List) ຊື່ງລວມມີບັນດາສາຂາຂອງບໍລິສັດກໍ່ສ້າງສື່ມວນຊົນ ຈີນ. ບັນດາອົງການຈັດຕັ້ງ, ບຸກຄົນໃນບັນຊີລາຍຊື່ດັ່ງກ່າວ ຖືກຈຳກັດການຮັບເອົາເຕັກໂນໂລຊີທີ່ມີຕົ້ນກຳເນີດຈາກ ອາເມລິກາ ເຊິ່ງບໍ່ມີໃບອະນຸຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ