ອາເມລິກາ ຖະແຫຼງວ່າ ບໍ່ຜ່ອນສັ້ນຜ່ອນຍາວໃຫ້ ສປປ.ເກົາຫຼີ

(VOVWORLD) - ກ່າວຄຳເຫັນເປີດສາກທີ່ວາລະຊັກຖາມຂອງກຳມາທິການພົວພັນຕ່າງປະເທດສະພາຕ່ຳ ອາເມລິກາ ໃນວັນທີ 23 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຖະແຫຼງວ່າ
ອາເມລິກາ ຖະແຫຼງວ່າ ບໍ່ຜ່ອນສັ້ນຜ່ອນຍາວໃຫ້ ສປປ.ເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: THX/TTXVN )

ປະເທດນີ້ພ້ອມແລ້ວທີ່ຈະຖອນຕົວອອກຈາກການເຈລະຈາກັບ ສປປ.ເກົາຫຼີ ຖ້າຫາກບັນດາການເຈລະຈາຈະມາເຖິງກ່ຽວກັບໂຄງການນິວເຄຼຍຂອງ ພຽງຢາງ ໄປເຂວທິດ.

        ພ້ອມກັນນັ້ນ, ທ່ານ Pompeo ກໍ່ຢືນຢັນວ່າ: ບັ້ນຮົບຂອງ ອາເມລິກາ ພ້ອມກັບບັນດາຄູ່ຮ່ວມມືໄດ້ເກ້ຍກ່ອມໃຫ້ ພຽງຢາງ ປະລະໂຄງການນິວເຄຼຍ ທີ່ພວມມີໝາກຜົນທີ່ດີ. ຫຼັກໝັ້ນຂອງ ອາເມລິກາ ຈະບໍ່ປ່ຽນແປງຈົນຮອດຂະນະທີ່ ວໍຊິງຕັນ ເຫັນໄດ້ບັນດາບາດກ້າວເດີນທີ່ເປັນໜ້າໄວ້ເນື້ອເຊື່ອໃຈ, ຕາມນັ້ນແລ້ວ ແມ່ນສາມາດບັນລຸໄດ້ເປົ້າໝາຍປອດນິວເຄຼຍໃນແຫຼມ ເກົາຫຼີ ຢ່າງສົມບູນ, ມີການກວດກາ ແລະ ບໍ່ສາມາດຕ່າວປີ້ນໄດ້.

        ທ່ານລັດຖະມົນຕີການຕ່າງປະເທດ Pompeo ກໍ່ເນັ້ນໜັກວ່າ ມາຮອດປັດຈຸບັນ, ອາເມລິກາ ຍັງບໍ່ທັນມີ ແລະ ບໍ່ມີເຈດຈຳນົງຍົກອອກການຜ່ອນສັ້ນຜ່ອນຍາວໃດ ກັບການນຳ ສປປ.ເກົາຫຼີ ເທື່ອ ໃນການເຈລະຈາລະຫວ່າງການນຳ 2 ທ່ານ ອາເມລິກາ - ສປປ.ເກົາຫຼີ ຊຶ່ງຄາດວ່າ ຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ