ອາເມລິກາ ບໍ່ຟ້າວຟັ່ງໃນການເຈລະຈາກັບ ສປປ.ເກົາຫຼີ

(VOVWORLD) - ວັນທີ 28 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ອາເມລິກາຈະບໍ່ຟ້າວຟັ່ງໃນການເຈລະຈາກັບ ສປປ.ເກົາຫຼີ ແນໃສ່ລົບລ້າງໂຄງການອາວຸດນິວເຄຼຍຂອງ ພຽງຢາງ. 
ອາເມລິກາ ບໍ່ຟ້າວຟັ່ງໃນການເຈລະຈາກັບ ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ Donald Trump (ພາບ:  EPA/TTXVN)

ກ່າວຄຳເຫັນທີ່ການໂຮມຊຸມນຸມ-ມິດຕິງຢູ່ນະຄອນ Fargo, ລັດ Dakota ເໜືອ, ທ່ານປະທານາທິບໍດີ Donald Trump ໄດ້ເຕື້ອງເຖິງຜົນສຳເລັດຂອງການພົບປະສຸດຍອດຄັ້ງປະຫວັດສາດລະຫວ່າງທ່ານ ແລະ ການນຳ ສປປ.ເກົາຫຼີ Kim Jong-un, ຕາມນັ້ນແລ້ວ 2 ຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມມຸ່ງໄປເຖິງ “ເລື່ອງປອດນິວເຄຼຍໂດຍສົມບູນ” ໃນແຫຼມ ເກົາຫຼີ. ເມື່ອເຕື້ອງເຖິງໄພນາບຂູ່ຍ້ອນບັນດາໂຄງການລູກສອນໄຟນຳວິຖີ ແລະ ນິວເຄຼຍຂອງ ສປປ.ເກົາຫຼີ ກໍ່ຂຶ້ນ, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ບັນດາຝ່າຍພາກັນຍັບເຂົ້າໃກ້ຈະສົງຄາມທີ່ສຸດ, ແຕ່ມີການພົບປະ ແລະ ການພົວພັນອັນດີງາມລະຫວ່າງ ອາເມລິກາ ກັບ ສປປ.ເກົາຫຼີ. ຕາມທ່ານ Donald Trump ແລ້ວ ຍິ່ງຟ້າວຟັ່ງ ຍິ່ງຈະພາໄປເຖິງສິ່ງຊົ່ວຮ້າຍລົງ.

ຕອບກັບ

ຂ່າວ/ບົດ​ອື່ນ