ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ຮ້ອນ​ເຮັ່ງ​ກັບ​ອັງ​ກິດ ແລະ ເຢຍ​ລະ​ມັນ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ NATO

(VOVWORLD) - ວັນທີ 10 ກໍລະກົດ, ຢູ່ນອກກອງປະຊຸມສຸດຍອດອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ຫວໍຊິງຕັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການພົບປະກັບທ່ານ Keir Starmer ນາຍົກລັດຖະມົນຕີອັງກິດ ຄົນໃໝ່. 
ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ຮ້ອນ​ເຮັ່ງ​ກັບ​ອັງ​ກິດ ແລະ ເຢຍ​ລະ​ມັນ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ NATO - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ພົບປະກັບທ່ານ Keir Starmer ນາຍົກລັດຖະມົນຕີອັງກິດ ຄົນໃໝ່ (ພາບ: AFP)

ນະທີ່ນີ້, ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ກ່ຽວກັບຄຳໝັ້ນສັນຍາປັບປຸງການຮ່ວມມື ອາເມລິກາ - ອັງກິດໃນການແກ້ໄຂບັນດາສິ່ງທ້າທາຍລວມ; ເນັ້ນໜັກເຖິງຄວາມສຳຄັນຂອງການບັນລຸໄດ້ຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ຮາມາດສ ຜ່ານນັ້ນກໍ່ປ່ອຍບັນດາຕົວປະກັນ ແລະ ຢຸດຕິການປະທະກັນ ພ້ອມທັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຕໍ່ວິທີການສອງລັດ. ສອງຝ່າຍກໍ່ສະແດງຄວາມປາດຖະໜາຢາກ ພ້ອມກັນສົມທົບກັນເພື່ອແນໃສ່ປັບປຸງການຮ່ວມມືສອງຝ່າຍໃນບັນດາຂົງເຂດເສດຖະກິດ ແລະ ດິນຟ້າອາກາດ ເພື່ອແນໃສ່ສ້າງອະນາຄົດທີ່ວັດທະນາຖາວອນ ແລະ ຍືນຍົງກ່ວາອີກໃຫ້ແກ່ປະຊາຊົນສອງປະເທດ.

ແລະກໍ່ໃນວັນດຽວກັນ, ການພົບປະລະຫວ່າງທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ທ່ານນາງ Annalena Baerbock ລັດຖະມົນຕີການຕ່າງປະເທດ ເຢຍລະມັນ, ທີ່ການພົບປະສອງຝ່າຍໄດ້ຢັ້ງຢືນຄືນການສະໜັບສະໜູນຢູແກຼນ; ປຶກສາຫາລືບັນດາຄວາມມານະພະຍາຍາມເພື່ອແນໃສ່ ບັນລຸໄດ້ຂໍ້ຕົກລົງຢຸດຍິງໃນທັນທີ ຜ່ານນັ້ນ ກໍ່ຮັບປະກັນບັນດາຕົວປະກັນໄດ້ຮັບການປ່ອຍຕົວເປັນອິດສະລະພາບ ແລະ ເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ເຂດກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ