ອາ​ເມ​ລິ​ກາ ປະ​ກາດ​ຕັ​ດ​ການຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ໃຫ້​ແກ່ 3 ປະ​ເທດຢູ່ ພາກ​ກາງອາ​ເມ​ລິ​ກາ​

(VOVWORLD) - ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ອອກຄຳສັ່ງຢຸດຕິການສົ່ງບັນດາແຫຼ່ງການເງິນທີ່ນອນໃນງົບປະມານປີ 2017 -2018. 
ອາ​ເມ​ລິ​ກາ ປະ​ກາດ​ຕັ​ດ​ການຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ໃຫ້​ແກ່ 3 ປະ​ເທດຢູ່ ພາກ​ກາງອາ​ເມ​ລິ​ກາ​ - ảnh 1ຜູ້ອົບພະຍົບຊາວຮົງດູລັດ (ພາບ:AFT/ TTXVN)

ວັນທີ 30 ມີນາ ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ອອກຄຳສັ່ງຢຸດຕິການສົ່ງບັນດາແຫຼ່ງການເງິນທີ່ນອນໃນງົບປະມານປີ 2017 -2018 ຊຶ່ງໄດ້ຮັບການໃຫ້ຄຳໝັ້ນສັນຍາຄືດັ່ງການຊ່ວຍເຫຼືອຕ່າງປະເທດ ໃຫ້ແກ່ປະເທດ ຮົງດູລັດ, ກົວເຕມາລາ ແລະ  ແອນ ສາວາໂດ.

ກະຊວງການຕ່າງປະເທດ ຂອງ ອາເມລິກາ ແຈ້ງໃຫ້ຊາບວ່າ ຈະຜັນຂະຫຍາຍຄຳສັ່ງຂອງທ່ານ ປະທານາທິບໍດີ ອາເມລິກາ Donald Trump ຈະຢຸດຕິໂຄງການດັ່ງກ່າວໃຫ້ແກ່ 3 ປະເທດ ຢູ່ພາກກາງອາເມລິການີ້. ກະຊວງການຕ່າງປະເທດ ອາເມລິກາຈະຍືນສະເໜີບັນດາມາດຕະການຂອງວິວັດທະນາການດັ່ງກ່າວຕໍ່ສະພາແຫ່ງຊາດ ຂອງປະເທດນີ້ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ