ອາເມລິກາ ປະກາດທົດລອງ THAAD ສຳເລັດຜົນ

(VOVWORLD) - ລະບົບປ້ອງກັນລູກສອນໄຟໄລຍະສົ່ງສຸດທ້າຍ (THAAD) ຖືກຈັດວາງຢູ່ໃກ້ກັບ Kodiak, Alaska, ໄດ້ຕີສະກັດເປົ້າໝາຍລູກສອນໄຟນຳວິຖີທີ່ຍິງຈາກທາງທິດເໜືອຂອງ Hawaii ສຳເລັດຜົນ.

ອາເມລິກາ ປະກາດທົດລອງ THAAD ສຳເລັດຜົນ - ảnh 1 ພາບປະກອບຈາກກະຊວງປ້ອງກັນປະເທດ ອາເມລິກາ

ອົງການປ້ອງກັນລູກສອນໄຟ ອາເມລິກາ (MDA) ປະກາດໃນວັນທີ 11 ກໍລະກົດ ໂດຍຊີ້ແຈ້ງວ່າ: ລະບົບປ້ອງກັນລູກສອນໄຟໄລຍະສົ່ງສຸດທ້າຍ (THAAD) ຖືກຈັດວາງຢູ່ໃກ້ກັບ Kodiak, Alaska, ໄດ້ຕີສະກັດເປົ້າໝາຍລູກສອນໄຟນຳວິຖີທີ່ຍິງຈາກທາງທິດເໜືອຂອງ Hawaii ສຳເລັດຜົນ. ຖະແຫຼງການກໍ່ເນັ້ນໜັກວ່າເລື່ອງທົດລອງ THAAD ສຳເລັດຜົນ ຈະຊ່ວຍເພີ່ມທະວີກຳລັງປ້ອງກັນຕໍ່ໜ້າໄພນາບຂູ່ລູກສອນໄຟນັບມື້ນັບເພີ່ມຂຶ້ນ ພ້ອມທັງກໍ່ປະກອບສ່ວນເປີດກ້ວາງ “ໂຄງປະກອບກ່າວເຕືອນຍຸດທະສາດ”. ແລະກໍ່ໃນວັນດຽວກັນ, ພົນຕີ Thomas S. Vandal, ຜູ້ບັນຊາການກອງພົນໃຫຍ່ 8 ທະຫານບົກ ອາເມລິກາ, ຖະແຫຼງເລື່ອງກຳລັງ ອາເມລິກາ ພວມຕັ້ງທັບຢູ່ ສ. ເກົາຫຼີ (USFK) ຜັນຂະຫຍາຍ THAAD ຢູ່ສະຖານທີ່ “ດີທີ່ສຸດ” ແມ່ນເພື່ອແນໃສ່ຈຸດປະສົງປົກປ້ອງປະຊາຊົນ ສ ເກົາຫຼີ ກ່ວາ 10 ລ້ານຄົນ. ນອກຈານັ້ນ, ທ່ານ Vandal ກໍ່ເນັ້ນໜັກວ່າ: ລະບົບ THAAD ຈະປົກປ້ອງບັນດາຮາກ ຖານຫຼັກແຫຼ່ງ ຢູ່ພາກໃຕ້, ເຊິ່ງລວມມີທ່າກ່ຳປັ່ນ Busan.

ຕອບກັບ

ຂ່າວ/ບົດ​ອື່ນ