ອາເມລິກາ ປະກາດບັນດາຄຳສັ່ງລົງໂທດໃໝ່ຕໍ່ ອີຣານ

(VOVWORLD) -  ວັນທີ 26 ຕຸລາ, ອາເມລິກາ ປະກາດຈັດວາງບັນດາຄຳສັ່ງລົງໂທດໃໝ່ຕໍ່ ອີຣານ ແນໃສ່ຂົງເຂດນ້ຳມັນຂອງປະເທດອິດສະລາມດັ່ງກ່າວ. ນີ້ແມ່ນການກະທຳໃໝ່ສຸດຂອງ ວໍຊິງຕັນ ແນໃສ່ເພີ່ມທະວີກຳລັງກົດດັນຕໍ່ ເຕເຮຣານ. 
ອາເມລິກາ ປະກາດບັນດາຄຳສັ່ງລົງໂທດໃໝ່ຕໍ່ ອີຣານ - ảnh 1ພາບປະກອບ: Tehran Times

  ໃນແຈ້ງການສະບັບໜຶ່ງ, ກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ: ພວມຈັດວາງບັນດາມາດຕະການລົງໂທດສຳລັບບັນດາປັດໄຈສຳຄັນໃນຂົງເຂດນ້ຳມັນຂອງ ອີຣານ ທີ່ຖືກກ່າວຫາວ່າ ໄດ້ໜູນຊ່ວຍກຳລັງເຄິ່ງການທະຫານ Quds ຢູ່ຕ່າງປະເທດ, ຖືກ ອາເມລິກາ ຈົດຊື່ເຂົ້າ “ບັນຊີດຳ”. ຕາມການປະກາດແລ້ວ, ລັດຖະມົນຕີກະຊວງນ້ຳມັນອາຍແກັດ, ບໍລິສັດນ້ຳມັນແຫ່ງຊາດ ອີຣານ ແລະ ບໍລິສັດກ່ຳປັ່ນບັນທຸກນ້ຳມັນແຫ່ງຊາດ ອີຣານ ກໍ່ໄດ້ຖືກກະຊວງການເງິນ ອາເມລິກາ ຈົດຊື່ເຂົ້າບັນຊີດຳ. ນອກນັ້ນ, ບັນດາບຸກຄົນ ແລະ ອົງການຈັດຕັ້ງອື່ນໆ ກໍ່ຖືກຈົດຊື່ເຂົ້າບັນຊີດຳດັ່ງກ່າວ ດ້ວຍການກ່າວຫາວ່າ ມີສ່ວນກ່ຽວຂ້ອງເຖິງເຫດການ ທີ່ ອີຣານ ຂາຍນ້ຳມັນເຊື້ອໄຟ ໃຫ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ ເວເນຊູເອລາ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຮຽກຮ້ອງສະຫະປະຊາຊາດມີການກະທຳ ເພື່ອຕ້ານຄືນຂໍ້ຕົກລົງພຽງລຳພັງຝ່າຍດຽວຂອງ ອາເມລິກາ ແລະ ກ່າວຟ້ອງ ວໍຊິງຕັນ ໄດ້ປຸກລະດົມສົງຄາມຫລາຍຄັ້ງນັບແຕ່ປີ 2001 ເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ