ອາເມລິກາ ປະກາດບັນດາຄຳສັ່ງລົງໂທດໃໝ່ແນໃສ່ລັດເຊຍ

(VOVWORLD) - ບັນດາບໍລິສັດເຊິ່ງ ອາເມລິກາ ນຳເຂົ້າບັນຊີລາຍຊື່ຖືກລົງໂທດຂຶ້ນກັບເຄືອຂ່າຍສາກົນຂອງບໍລິສັດ ໄມໂຄຼເອເລັກໂຕນິກ AO PKK Milandr ຂອງລັດເຊຍ
ອາເມລິກາ ປະກາດບັນດາຄຳສັ່ງລົງໂທດໃໝ່ແນໃສ່ລັດເຊຍ - ảnh 1ສຳນັກງານກະຊວງການເງິນ ອາເມລິກາ
(ພາບ:AFP/TTXVN)

ວັນທີ 14 ພະຈິກ, ກະຊວງການເງິນ ອາເມລິກາ ໄດ້ປະກາດບັນດາມາດຕະການລົງໂທດແນໃສ່ເຄືອຂ່າຍສັ່ງຊື້ດ້ານປ້ອງກັນປະເທດຂອງລັດເຊຍ, ພ້ອມທັງນຳເຂົ້າບັນຊີລາຍຊື່ດຳບໍລິສັດຢູ່ ຝລັ່ງ ແລະ ສະວິດ ຫຼາຍແຫ່ງທີ່ກ່ຽວຂ້ອງເຖິງມະຫາເສດຖິຊາວ ລັດເຊຍ Suleiman Kerimov. ບັນດາບໍລິສັດເຊິ່ງ ອາເມລິກາ ນຳເຂົ້າບັນຊີລາຍຊື່ຖືກລົງໂທດຂຶ້ນກັບເຄືອຂ່າຍສາກົນຂອງບໍລິສັດ ໄມໂຄຼເອເລັກໂຕນິກ AO PKK Milandr ຂອງລັດເຊຍ. ກະຊວງການເງິນ ອາເມລິກາ ຖືວ່າ ບໍລິສັດນີ້ສຳຄັນທີ່ສຸດສຳລັບການສະໜອງບັນດາວັດຖຸອຸປະກອນໄມໂຄຼເອເລັກໂຕນິກ ໃຫ້ແກ່ຂະແໜງອຸດສາຫະກຳປ້ອງກັນປະເທດ ລັດເຊຍ. ລະອຽດຄື, ກະຊວງການເງິນ ອາເມລິກາ ໄດ້ຍົກອອກລາຍຊື່ບັນດາສາຂາບໍລິສັດ ແລະ ຕົວແທນຈຳໜ່າຍຂອງ Milandr ຢູ່ ສະວິດ, Armenia ແລະ ໄຕຫວັນ (ປະເທດຈີນ). ຕາມນັ້ນແລ້ວ, ວໍຊິງຕັນ ໄດ້ຫ້າມບັນດາສ່ວນບຸກຄົນ ແລະ ອົງການຂອງ ອາເມລິກາ ປະຕິບັດການພົວພັນແລກປ່ຽນກັບບັນດາບໍລິສັດດັ່ງກ່າວ. ບັນດາຊັບສົມບັດຂອງບັນດາເປົ້າໝາຍຖືກລົງໂທດທີ່ກ່ຽວຂ້ອງເຖິງສິດອຳນາດ ຂອງອາເມລິກາ ຈະຖືກອາຍັດຊັບສິນ.

ຕອບກັບ

ຂ່າວ/ບົດ​ອື່ນ