ອາ​ເມ​ລິ​ກາ ປະ​ກາດ​ບ້ວງ​ເງິນ​ 200 ລ້ານ USD ຫນູນ​ຊ່ວຍ​ຄວາມ​ໝັ້ນ​ຄົງ​ ໃຫ້​ແກ່ ຢູ​ແກຼນ

(VOVWORLD) -ວັນທີ 29 ກໍລະກົດ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດບ້ວງເງິນຫນູນຊ່ວຍດ້ານຄວາມໝັ້ນຄົງລວມມູນຄ່າ 200 ລ້ານ  USD ທີ່ສະຫງວນໃຫ້ແກ່ ຢູແກຼນ, ໃນນັ້ນ ມີບັນດາປະເພດ ອາວຸດຕ້ານລົດຖັງ ແລະ ປ້ອງກັນອາກາດ. 
ອາ​ເມ​ລິ​ກາ ປະ​ກາດ​ບ້ວງ​ເງິນ​ 200 ລ້ານ USD ຫນູນ​ຊ່ວຍ​ຄວາມ​ໝັ້ນ​ຄົງ​ ໃຫ້​ແກ່ ຢູ​ແກຼນ - ảnh 1ລະບົບລູກສອນໄຟ HIMARS ຂອງ ອາເມລິກາ ໃນການຊ້ອມຮົບ (ພາບເອກະສານ: AFP/TTXVN)

ເມື່ອແບ່ງປັນກັບນັກຂ່າວ, ທ່ານ John Kirby, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທຳນຽບຂາວ ໃຫ້ຮູ້ວ່າ: ບ້ວງເງິນຫນູນຊ່ວຍໃຫມ່ຂອງ ອາເມລິກາ ຈະສະຫນອງໃຫ້ແກ່ ຢູແກຼນ “ລູກສອນໄຟຕີສະກັດປ້ອງກັນອາກາດ”, ລູກປືນໃຫ້ແກ່ບັນດາລະບົບລູກຈະຫລວດກອງປືນໃຫຍ່ເຄື່ອນທີ່ (HIMARS), ລູກປືນ ແລະ ລຸກປືນຄົກ, ລູກສອນໄຟຕ້ານລົດຖັງ Javelin ແລະ ບັນດາປະເພດອາວຸດຕ້ານລົດຖັງອື່ນອີກ”.

ຕາມ ທ່ານ Kirby  ແລ້ວ, ທຳນຽບ 5 ແຈ ກໍ່ຈະປະກາດບັນດາບ້ວງເງິນໃຫຍ່ຂຶ້ນກັບຂອບເຂດຂໍ້ລິເລີ່ມຫນູນຊ່ວຍດ້ານຄວາມສະຫງົບໃຫ້ແກ່ ຢູແກຼນ ໃນໄລຍະຍາວ ເພື່ອແນໃສ່ “ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນອາກາດຂອງ ຢູແກຼນ, ກຳລັງໄຟໄລຍະໄກ ແລະ ອາວຸດຕ້ານລົດຖັງ ກໍ່ຄືຮັກສາບັນດາອຸປະກອນ ຊື່ງອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາກ່ອນຫນ້ານັ້ນ”

ຕອບກັບ

ຂ່າວ/ບົດ​ອື່ນ