ອາເມລິກາ ປະກາດບ້ວງເງິນຊ່ວຍເຫຼືອໃໝ່ມີມູນຄ່າ 200 ລ້ານ USD ໃຫ້ແກ່ ຢູແກຼນ

(VOVWORLD) - ບ້ວງເງິນໃໝ່ທີ່ສະຫງວນໃຫ້ ຢູແກຼນ ລວມມີ: ລູກປືນປ້ອງກັນອາກາດ, ລູກປືນໃຫຍ່, ລູກສອນໄຟປ້ອງກັນອາກາດ ແລະ ບັນດາອຸປະກອນຮັບໃຊ້ວຽກງານຝຶກອົບຮົມ ແລະ ຂົນສົ່ງ.
ອາເມລິກາ ປະກາດບ້ວງເງິນຊ່ວຍເຫຼືອໃໝ່ມີມູນຄ່າ 200 ລ້ານ USD ໃຫ້ແກ່ ຢູແກຼນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບ: New York Times)

        ວັນທີ 12 ທັນວາ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດບ້ວງເງິນຊ່ວຍເຫຼືອໃໝ່ທີ່ມີມູນຄ່າ 200 ລ້ານ USD ໃຫ້ແກ່ ຢູແກຼນ. ຕາມກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ບ້ວງເງິນໃໝ່ທີ່ສະຫງວນໃຫ້ ຢູແກຼນ ລວມມີ: ລູກປືນປ້ອງກັນອາກາດ, ລູກປືນໃຫຍ່, ລູກສອນໄຟປ້ອງກັນອາກາດ ແລະ ບັນດາອຸປະກອນຮັບໃຊ້ວຽກງານຝຶກອົບຮົມ ແລະ ຂົນສົ່ງ. ກະຊວງການຕ່າງປະເທດໃຫ້ຮູ້ວ່າ, ຖ້າຫາກສະພາແຫ່ງຊາດບໍ່ມີການກະທຳ, ນີ້ຈະແມ່ນບ້ວງເງິນອຸປະຖຳຄວາມໝັ້ນຄົງສຸດທ້າຍເຊິ່ງ ອາເມລິກາ ສາມາດສະໜອງໃຫ້ແກ່ ຢູແກຼນ.

        ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ພວມດຳເນີນການຢ້ຽມຢາມ ອາເມລິກາ ແລະ ນີ້ແມ່ນການຢ້ຽມຢາມເທື່ອທີ 3 ຂອງທ່ານ, ນັບແຕ່ເມື່ອ ລັດເຊຍ ປຸກລະດົມບັ້ນການທະຫານພິເສດຢູ່ ຢູແກຼນ ໃນເດືອນ ກຸມພາ 2022. ການຢ້ຽມຢາມຖືກດຳເນີນໄປພາຍຫຼັງທີ່ສະພາສູງ ອາເມລິກາ ບໍ່ຮັບຮອງເອົາຮ່າງກົດໝາຍເພີ່ມເຕີມງົບປະມານຊ່ວຍເຫຼືອໃຫ້ແກ່ ຢູແກຼນ ແລະ ອິດສະຣາແອັນ ພຽງ 2-3 ວັນ. ຮ່າງກົດໝາຍດັ່ງກ່າວບໍ່ໄດ້ຮັບການສະໜັບສະໜູນຈາກສະມາຊິກພັກສາທາລະນະ.

ຕອບກັບ

ຂ່າວ/ບົດ​ອື່ນ