ອາ​ເມ​ລິ​ກາ​ ປະ​ກາດ​ບ້ວງ​ເງິນ​ໜູນ​ຊ່ວຍ​ການ​ທະ​ຫານ​ດ້ວຍ​ມູນ​ຄ່າ 400 ລ້ານ USD ໃຫ້​ແກ່​ຢູ​ແກຼນ

(VOVWORLD) -ດ້ວຍບ້ວງເງິນໜູນຊ່ວຍໃໝ່ນີ້, ໄດ້ຍົກຍອດງົບປະມານໜູນຊ່ວຍຄວາມໝັ້ນຄົງຂອງ ອາເມລິກາ ທີ່ສະຫງວນໃຫ້ ຢູແກຼນ ນັບແຕ່ເດືອນ ກຸມພາ ປີ 2022 ຂຶ້ນເຖິງ 18,6 ຕື້ USD.
ອາ​ເມ​ລິ​ກາ​ ປະ​ກາດ​ບ້ວງ​ເງິນ​ໜູນ​ຊ່ວຍ​ການ​ທະ​ຫານ​ດ້ວຍ​ມູນ​ຄ່າ 400 ລ້ານ USD ໃຫ້​ແກ່​ຢູ​ແກຼນ - ảnh 1ທຳນຽບ 5 ແຈ ອາເມລິກາ (ພາບ:  AFP/TTXVN)

 ວັນທີ 10 ພະຈິກ, ກະຊວງປ້ອງກັນປະເທດ ອາເມລິກາ ປະກາດບ້ວງເງິນໜູນຊ່ວຍການທະຫານທີ່ມີມູນຄ່າ 400 ລ້ານ USD ໃຫ້ແກ່ຢູແກຼນ, ໃນນັ້ນມີບັນດາລະບົບປ້ອງກັນອາກາດ ແລະ ລູກສອນໄຟໜ້າດິນຕ້ານເທິງອາກາດ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາງ Sabrina Singh ຮອງເລຂາທິການການສື່ສານ ທຳນຽບ 5 ແຈ ຢັ້ງຢືນວ່າ ບ້ວງເງິນໜູນຊ່ວຍການທະຫານໃໝ່ຂອງ ອາເມລິກາ ຈະລວມມີ 4 ກຸ່ມປະສົມປ້ອງກັນອາກາດ ລະດັບຕ່ຳ ແລະ ມີຄວາມສາມາດຜັນຂະຫຍາຍໄວ້ Avenger, ກໍ່ຄືບັນດາລູກສອນໄພ Stinger ທີ່ນຳໃຊ້ໃຫ້ແກ່ 4 ກຸ່ມປະສົມນີ້. ນີ້ເປັນຄັ້ງທຳອິດ ວໍຊິງຕັນ ສະໜອງ ລະບົບປ້ອງກັນອາກາດ Avengerໃຫ້ Kiev. ດ້ວຍບ້ວງເງິນໜູນຊ່ວຍໃໝ່ນີ້, ໄດ້ຍົກຍອດງົບປະມານໜູນຊ່ວຍຄວາມໝັ້ນຄົງຂອງ ອາເມລິກາ ທີ່ສະຫງວນໃຫ້ ຢູແກຼນ ນັບແຕ່ເດືອນ ກຸມພາ ປີ 2022 ຂຶ້ນເຖິງ 18,6 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ