ອາ​ເມ​ລິ​ກາ ປະ​ກາດວັນ​ເວ​ລາ​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ​ລົງ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ການຖອນຕົວຂອງ ອາເມລິກາ ຈະມີຜົນສັກສິດໃນວັນທີ 27 ມັງກອນ 2026.

ວັນທີ 28 ມັງກອນ (ຕາມເວລາ ນິວຢອກ), ສປຊ ຢັ້ງຢືນວ່າ ໄດ້ຮັບແຈ້ງການຈາກ ວໍຊິງຕັນ ກ່ຽວກັບການຖອນຕົວອອກຈາກຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ເຊິ່ງເປັນໜຶ່ງໃນບັນດາຄຳໝັ້ນສັນຍາສຳຄັນໃນປັ້ນຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ການຖອນຕົວຂອງ ອາເມລິກາ ຈະມີຜົນສັກສິດໃນວັນທີ 27 ມັງກອນ 2026.

ໃນມື້ທີ່ທ່ານ Donald Trump ໄດ້ຮັບດຳລົງຕຳແໜ່ງປະທານາທິບໍດີ ອາຍຸການທີ 2, ວັນທີ 20 ມັງກອນ, ທຳນຽບຂາວ ໄດ້ແຈ້ງໃຫ້ຊາບວ່າ ອີກຄັ້ງໜຶ່ງ ອາເມລິກາ ຈະຖອນຕົວອອກຈາກຂໍ້ຕົກລົງວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ປາຣີ, ນຳປະເທດທີ່ມີປະລິມານການປ່ອຍອາຍພິດຫຼາຍທີ່ສຸດໃນໂລກນີ້ອອກຈາກຄວາມມານະພະຍາຍາມທົ່ວໂລກ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 2 ໃນ 1ທົດສະວັດ.

ຂໍ້ຕົກລົງດັ່ງກ່າວ ໄດ້ເຮັດໃຫ້ ອາເມລິກາ ນອນໃນບັນຊີລາຍຊື່ພ້ອມກັບ ອີຣານ, ລີບີ ແລະ ເຢແມນ ທີ່ບໍ່ເຂົ້າຮ່ວມຂໍ້ຕົກລົງ ປີ 2015, ໃນນັ້ນ ບັນດາລັດຖະບານ ໄດ້ເຫັນດີຄວບຄຸມລະດັບເພີ່ມອຸນຫະພຸມທົ່ວໂລກໃຫ້ຢູ່ໃນລະດັບຕ່ຳກວ່າ 1,5 ອົງສາ C ເມື່ອທຽບໃສ່ໄລຍະກ່ອນອຸດສາຫະກຳ ເພື່ອຫຼີກລ້ຽງບັນດາຜົນກະທົບທີ່ຮ້າຍແຮງທີ່ສຸດຂອງການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ