ອາ​ເມ​ລິ​ກາ ປະກາດຫຼຸດ​ກໍາລັງ​ທະຫານທີ່​ມີໜ້າ​ຢູ່ ອີຣັກ ລົງ ຢ່າງ​ເປັນ​ທາງ​ການ

(VOVWORLD) -    ວັນທີ 9 ກັນຍາ, ກອງທັບ ອາເມລິກາ ໄດ້ປະກາດຢ່າງເປັນທາງການວ່າ ຈະຫຼຸດ ກໍາລັງທະຫານຂອງປະເທດນີ້ຢູ່ ອີຣັກ ລົງ ແຕ່ 5.200 ຄົນ ລົງເຫຼືອ 3.000 ຄົນ ໃນເດືອນກັນຍານີ້.
ອາ​ເມ​ລິ​ກາ ປະກາດຫຼຸດ​ກໍາລັງ​ທະຫານທີ່​ມີໜ້າ​ຢູ່ ອີຣັກ ລົງ ຢ່າງ​ເປັນ​ທາງ​ການ - ảnh 1ອາເມລິກາ ຈະຫຼຸດກໍາລັງທະຫານຂອງປະເທດນີ້ຢູ່ ອີຣັກ ລົງ ແຕ່ 5.200 ຄົນ ລົງເຫຼືອ 3.000 ຄົນ ໃນເດືອນກັນຍານີ້ (ພາບ: AFP/TTXVN) 

        ກ່າວຄໍາເຫັນໃນການເດີນທາງໄປຍັງ ອີຣັກ, ນາຍພົນ Frank McKenzie ຜູ້ບັນຊາການກອງບັນຊາການສູນກາງ ອາເມລິກາ ຖະແຫຼງວ່າ: “ພວກຂ້າພະເຈົ້າພວມສືບຕໍ່ເປີດກວ້າງບັນດາໂຄງການພັດທະນາກໍາລັງຄວາມສາມາດຂອງຄູ່ຮ່ວມມື ເພື່ອແນໃສ່ໜູນຊ່ວຍບັນດາກໍາລັງ ອີຣັກ ແລະ ພວກຂ້າພະເຈົ້າຂໍຫຼຸດກໍາລັງທະຫານທີ່ມີໜ້າຢູ່ອີຣັກ ລົງ”.


ຕອບກັບ

ຂ່າວ/ບົດ​ອື່ນ