ອ​າ​ເມ​ລິ​ກາ ​ປະ​ກ​າດ​ແຜນ​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ​ທະ​ຫານ​ ຢູ່ ຕາ​ເວັນ​ອອກ​ກາງ ແລະ ເອີ​ລົບ

(VOVWORLD) -ກອງທັບອາເມລິກາ ຈະຜັນຂະຫຍາຍ 7 ກົມກອງໄປຍັງເອີລົບ, ອັບການິດສະຖານ, ອີຣັກ ແລະ ກູເວດ, ໂດຍບໍ່ຫົວຊາຕໍ່ການຕໍ່ກຳນົດຄຳສັ່ງຢຸດການຈັດສົ່ງກຳລັງທະຫານ ສຳລັບທັງກະຊວງປ້ອງກັນປະເທດ ເພື່ອແນໃສ່ສະກັດກັ້ນໂລກລະບາດ Covid – 19.
ອ​າ​ເມ​ລິ​ກາ ​ປະ​ກ​າດ​ແຜນ​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ​ທະ​ຫານ​ ຢູ່ ຕາ​ເວັນ​ອອກ​ກາງ ແລະ ເອີ​ລົບ - ảnh 1ທະຫານອາເມລິກາ ຢູ່ ອັບການິດສະຖານ (ພາບ: AFP/ TTXVN) 

ໃນແຈ້ງການສື່ມວນຊົນໃນວັນທີ 26 ເມສາ, ກະຊວງປ້ອງກັນປະເທດອາເມລິກາໃຫ້ຮູ້ວ່າ ແຜນການນີ້ຈະໄດ້ຮັບການຮັບຮອງເອົາພາຍຫຼັງ ທ່ານລັດຖະມົນຕີ Mark Esper ຕັດສິນຕໍ່ກຳນົດເວລາຄຳສັ່ງຢຸດການຈັດສົ່ງກຳລັງທະຫານສຳລັບບັນດາໜ້າທີ່ທີ່ບໍ່ຈຳເປັນຈົດຮອດວັນທີ 30 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ