ອາເມລິກາ ປະຕິເສດຄວາມເຄັ່ງຕຶງດ້ານການຄ້າກັບ ຈີນ ກໍ່ຄວາມບໍ່ລົງລອຍກັນໃນກຸ່ມ G7

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະຕິເສດບັນດາຄຳເຫັນທີ່ຖືວ່າ: ການແກ່ງແຍ້ງກັນດ້ານການຄ້າຂອງ ອາເມລິກາ ແລະ ຈີນ ພວມກໍ່ຄວາມຂັດແຍ້ງກັນຢູ່ກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ທີ່ພວມດຳເນີນຢູ່ ຝຣັ່ງ. 

ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ອາເມລິກາ ຈະຈຳກັດຄວາມສ່ຽງທີ່ຄວາມເຄັ່ງຕຶງຈະສືບຕໍ່ປີນຂັ້ນໄດຄືປັດຈຸບັນ.

ອາເມລິກາ ປະຕິເສດຄວາມເຄັ່ງຕຶງດ້ານການຄ້າກັບ ຈີນ ກໍ່ຄວາມບໍ່ລົງລອຍກັນໃນກຸ່ມ G7 - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

        ວັນທີ 25 ສິງຫາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ Biarritz, ຝຣັ່ງ, ສະຖານທີ່ພວມດຳເນີນບັນດາການພົບປະໃນຊອບເຂດກອງປະຊຸມສຸດຍອດ G7, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຂໍ້ສັງເກດວ່າ ບັນດາປະເທດສົນໃຈເຖິງການແກ່ງແຍ້ງດ້ານການຄ້ານີ້. ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ໄດ້ຮັບບັນດາຄຳເຫັນຕຳໜິຕິຕຽນຈາກການນຳບັນດາປະເທດກ່ຽວກັບບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ