ອາ​ເມ​ລິ​ກາ ປະ​ຕິ​ເສດ​ຖະ​ແຫຼງ​ການ​ຂອງ ອີ​ຣານ ກ່ຽວ​ກັບ​ການ​ຈັບ​ຕົວນັກສືບເຮັດ​ວຽກ​ໃຫ້​ແກ່ CIA

(VOVWORLD) - ວັນທີ 22 ກໍລະກົດ, ສະຖານີໂທລະພາບແຫ່ງຊາດ ອີຣານ ໄດ້ຄັດສະເໜີຄຳເວົ້າຂອງກະຊວງສືບລາຊະການລັບ ອີຣານ ປະກາດວ່າໄດ້ດັບສູນລ້າງກຸ່ມນັກສືບ CIA  ແລະ ຈັບຕົວໄດ້ ຜູ້ສົງໃສ 17 ຄົນ.
ອາ​ເມ​ລິ​ກາ ປະ​ຕິ​ເສດ​ຖະ​ແຫຼງ​ການ​ຂອງ ອີ​ຣານ ກ່ຽວ​ກັບ​ການ​ຈັບ​ຕົວນັກສືບເຮັດ​ວຽກ​ໃຫ້​ແກ່ CIA - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

ວັນທີ 22 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະຕິເສດຂ່າວຄາວກ່ຽວກັບເລື່ອງ ອີຣານຈັບຕົວ 17 ຄົນທີ່ຖືກສົງໄສວ່າເປັນນັກສືບຂອງອົງການລາຊະການລັບສູນກາງ ອາເມລິກາ (CIA) ແລະ ໄດ້ປະກາດຄຳຕັດສິນລົງໂທດປະຫານຊີວິດບາງຄົນໃນກຸ່ມດັ່ງກ່າວ. ໃນສື່ສັງຄົມອອນລາຍ Twitter, ທ່ານ Donald Trump ໄດ້ຢັ້ງຢືນວ່າ ຖະແຫຼງການຂອງ  ອີຣານ ກ່ຽວກັບເລື່ອງຈັບຕົວບັນດານັກສືບ CIA ແມ່ນ “ບໍ່ຖືກຕາມຄວາມຈິງ”.

        ແລະກໍ່ໃນວັນດຽວກັນ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ອອກສຽງປະຕິເສດຂ່າວຄາວດັ່ງກ່າວຂອງອີຣານ. ເມື່ອຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ Fox News, ທ່ານ Mike Pompeo ໄດ້ສະແດງຄວາມສົງໄສ “ບໍ່ວ່າຖະແຫຼງການໃດຂອງ ອີຣານກ່ຽວກັບບັນດາສິ່ງທີ່ເຂົາເຈົ້າເຮັດ”. ເຖິງຢ່າງໃດກໍ່ຕາມ, ທ່ານ Mike Pompeo ໄດ້ປະຕິເສດອະທິດບາຍລະອຽດກ່ຽວກັບເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ