ອາ​ເມ​ລິ​ກາ ປະ​ຕິ​ເສດ​ທຸ​ກໆ​ຄຳ​ຮ​ຽກ​ສິດ​ອະ​ທິ​ປະ​ໄຕ​ທີ່​ຜິດ​ກົດໝາຍ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ວັນທີ 13 ກໍລະກົດ, ກະຊວງການຕ່າງປະເທດອາເມລິກາ ໄດ້ອອກຖະແຫຼງການປະຕິເສດບັນດາຄຳຮຽກສິດອະທິປະໄຕທີ່ຜິດກົດໝາຍຂອງຈີນຢູ່ທະເລຕາເວັນອອກ. 
ອາ​ເມ​ລິ​ກາ ປະ​ຕິ​ເສດ​ທຸ​ກໆ​ຄຳ​ຮ​ຽກ​ສິດ​ອະ​ທິ​ປະ​ໄຕ​ທີ່​ຜິດ​ກົດໝາຍ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ພາບປະກອບ ກ່ຳປັນເດີນບິນຂອງອາເມລິກາ 2 ລ້ຳຢູ່ ທະເລຕາເວັນອອກ(ພາບ: CNN) 

ຖະແຫຼງການຂອງກະຊວງການຕ່າງປະເທດອາເມລິກາໄດ້ເນັ້ນໜັກວ່າ ອາເມລິກາຕໍ່ສູ້ເພື່ອພາກພື້ນມະຫາສະມຸດອິນເດຍ - ປາຊີຟິກທີ່ມີຄວາມເສລີ ແລະ ເປີດ ແລະ ປັດຈຸບັນພວມເພີ່ມທະວີນະໂຍບາຍຂອງຕົນສຳລັບພາກສ່ວນໜຶ່ງທີ່ສຳຄັນ ແລະ ກໍ່ຄວາມໂຕ້ຖຽງກັນຢູ່ພາກພື້ນນີ້, ນັ້ນແມ່ນທະເລຕາເວັນອອກ. ອາເມລິກາຢາກເຮັດແຈ້ງສິ່ງໜຶ່ງທີ່ວ່າ ບັນດາຄຳຮຽກສິດຂອງຈີນຕໍ່ບັນດາແຫຼ່ງຊັບພະຍາກອນຢູ່ທະເລຕາເວັນອອກເກືອບທັງໝົດ ກໍ່ຄືບັນດາການເຄື່ອນໄຫວກົດຂີ່ນາບຂູ່ຂອງປະເທດນີ້ເພື່ອແນໃສ່ຄວບຄຸມບັນດາແຫຼ່ງຊັບພະຍາກອນທຳມະຊາດນັ້ນ ແມ່ນຜິດກົດໝາຍ. ທີ່ພາກພື້ນທະເລຕາເວັນອອກ, ອາເມລິກາຢາກຮັກສາສັນຕິພາບ ແລະ ສະຖຽນລະພາບກໍ່ຄືຄວາມເສລີໃນການເດີນເຮືອໂດຍອີງຕາມກົດໝາຍສາກົນ, ຮັກສາກະແສການຄ້າ ແລະ ຄັດຄ້ານທຸກໆຄວາມມານະພະຍາຍາມໃນການນຳໃຊ້ຄວາມຮຸນແຮງເພື່ອແນໃສ່ແກ້ໄຂຄວາມຂັດແຍ້ງກັນ. ອາເມລິກາຢັ້ງຢືນວ່າຈະພ້ອມກັນແບ່ງປັນບັນດາຄວາມສົນໃຈນີ້ກັບບັນດາສຳພັນທະມິດ ແລະ ບັນດາຄູ່ຮ່ວມມື, ບັນດາປະເທດທີ່ເຄີຍສະໜັບສະໜູນຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ.

        ຖະແຫຼງການຂອງກະຊວງການຕ່າງປະເທດ ອາເມລິກາຖືວ່າ ບັນດາຄວາມສົນໃຈລວມນີ້ ໄດ້ຖືກນາບຂູ່ຈາກຈີນ. ປັກກິ່ງ ໄດ້ນຳໃຊ້ບັນດາມາດຕະການນາບຂູ່ເພື່ອແນໃສ່ສະກັດກັ້ນອຳນາດອະທິປະໄຕຂອງບັນດາປະເທດແຄມທະເລຢູ່ອາຊີຕາເວັນອອກສ່ຽງໃຕ້, ບັງຄັບບັນດາປະເທດນີ້ຕ້ອງຖອນຕົວອອກຈາກບັນດາແຫຼ່ງຊັບພະຍາກອນທຳມະຊາດຢູ່ທະເລ, ຢັ້ງຢືນສິດປົກຄອງແບບພຽງລຳພັງຝ່າຍດຽວ ແລະ ແທນໃຫ້ກົດໝາຍສາກົນດ້ວຍຄຳນິຍາມທີ່ວ່າ “ຄວາມຊອບທຳຂຶ້ນກັບປະເທດແຂງກ້າ” ຖະແຫຼງການເນັ້ນໜັກ ວ່າ ຈີນບໍ່ມີພື້ນຖານນິຕິກຳ ເພື່ອແນໃສ່ຈັດວາງເຈດຈຳນົງຂອງຕົນຢູ່ພາກພື້ນແບບພຽງລຳພັງຝ່າຍດຽວ ແລະ ຄືດັງອາເມລິກາເຄີຍຖະແຫຼງໃນເມື່ອກ່ອນວ່າ ໄດ້ກຳນົດຢ່າງລະອຽດໃນສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ຄຳຕັດສິນຂອງສານກຳມະການແມ່ນສິ່ງສຸດທ້າຍ ແລະ ມີລັກສະນະບັງຄັບດ້ານນິຕິກຳສຳລັບທັງສອງຝ່າຍ. ຖະແຫຼງການຂອງອາເມລິກາ ໄດ້ເນັ້ນໜັກວ່າ: ທັດສະນະຂອງອາເມລິກາກ່ຽວກັບບັນດາຄຳຮຽກສິດຢູ່ທະເລຂອງຈີນ ຄືກັນກັບຄຳຕັດສິນຂອງສານ.

        ກະຊວງການຕ່າງປະເທດອາເມລິກາປະຕິເສດທຸກໆຄຳຮຽກສິດອະທິປະໄຕຂອງ ຈີນຕໍ່ບັນດາເຂດນ່ານນ້ຳທີ່ຢູ່ອ້ອມຂ້າງເຂດທະເລ ບາຍຕືຈິ່ງ ກໍ່ຄືທຸກໆການຮຽກສິດຂອງຈີນຕໍ່ເຂດນ່ານນ້ຳທີ່ຢູ່ນອກ 12 ໄມທະເລ ນັບແຕ່ບັນດາເກາະເຊິ່ງປັກກິ່ງປະກາດອະຕິປະໄຕຢູ່ໝູເກາະ ເຈື່ອງຊາ. ອາເມລິກາປະກາດຢ່າງຈະແຈ້ງວ່າ ທຸກໆການກະທຳຂອງຈີນເພື່ອແນໃສ່ກໍ່ຄວາມວຸ່ນວາຍຕໍ່ການກະທຳຫາປາ ຫຼືຂຸດຄົ້ນນ້ຳມັນ ອາຍແກັດ ຂອງບັນດາປະເທດຢູ່ເຂດທະເລນີ້, ຫຼືດຳເນີນບັນດາການກະທຳຄືດັ່ງກ່າວແບບພຽງລຳພັງຝ່າຍດຽວ, ລ້ວນແຕ່ແມ່ນຜິດກົດໝາຍ, ໂລກຈະບໍ່ອະນຸດຍາດໃຫ້ ຈີນ ຖືທະເລຕາເວັນອອກແມ່ນເຂດນ່ານທະເລຂອງຕົນ, ພ້ອມທັງຢັ້ງຢືນວ່າ ອາເມລິກາຈະພ້ອມກັບບັນດາສຳພັນທະມິດ ແລະ ຄູ່ຮ່ວມມືອາຊີຕາເວັນອອກສ່ຽງໃຕ້ ປົກປັກຮັກສາອະທິປະໄຕຂອງຕົນສຳລັບບັນດາແຫຼ່ງຊັບພະຍາກອນທຳມະຊາດຢູ່ທະເລ, ໃຫ້ສອດຄອງກັບບັນດາສິດ ແລະ ພັນທະຂອງ ບັນດາປະເທດນີ້ຕາມກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ