ອາເມລິກາ ປະຕິເສດມີສ່ວນກ່ຽວຂ້ອງເຖິງເຫດບຸກໂຈມຕີແນໃສ່ວັງ Kremlin ຂອງ ລັດເຊຍ

(VOVWORLD) - ອາເມລິກາ ບໍ່ມີສ່ວນກ່ຽວຂ້ອງເຖິງເຫດບຸກໂຈມຕີດັ່ງກ່າວ ແລະ ຍັງບໍ່ທັນຍົກອອກຂໍ້ສະຫຼຸບຕາມທິດໃດໆ, ພຽງແຕ່ມານະພະຍາຍາມຈົນສຸດຄວາມສາມາດເພື່ອຊອກຮູ້ວ່າ ເລື່ອງຫຍັງພວມເກີດຂຶ້ນ.
ອາເມລິກາ ປະຕິເສດມີສ່ວນກ່ຽວຂ້ອງເຖິງເຫດບຸກໂຈມຕີແນໃສ່ວັງ Kremlin ຂອງ ລັດເຊຍ - ảnh 1ໂຄສົກກະຊວງສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ທ່ານ John Kirby
(ພາບ: gettyimages)

        ອຳນາດການປົກຄອງ ອາເມລິກາ ໄດ້ອອກສຽງປະຕິເສດມີສ່ວນກ່ຽວຂ້ອງເຖິງເລື່ອງ 2 ວັດຖຸບິນບຸກໂຈມຕີໃສ່ວັງ Kremlin ຂອງ ລັດເຊຍ ໃນວັນທີ 03 ພຶດສະພາ ຜ່ານມາ, ກໍຄືຖືວ່າ ບັນດາຄຳກ່າວຫາຂອງ ລັດເຊຍ ເລັ່ງໃສ່ ອາເມລິກາ ແມ່ນບໍ່ມີພະຍານຫຼັກຖານ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຈັດຂຶ້ນໃນວັນທີ 04 ພຶດສະພາ, ໂຄສົກກະຊວງສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ທ່ານ John Kirby ຖະແຫຼງວ່າ, ອາເມລິກາ ບໍ່ມີສ່ວນກ່ຽວຂ້ອງເຖິງເຫດບຸກໂຈມຕີດັ່ງກ່າວ ແລະ ຍັງບໍ່ທັນຍົກອອກຂໍ້ສະຫຼຸບຕາມທິດໃດໆ, ພຽງແຕ່ມານະພະຍາຍາມຈົນສຸດຄວາມສາມາດເພື່ອຊອກຮູ້ວ່າ ເລື່ອງຫຍັງພວມເກີດຂຶ້ນ. ມາຮອດປະຈຸບັນ, ຍັງບໍ່ທັນມີແຫຼ່ງຂ່າວໃດທີ່ວ່າ ວົງການເຈົ້າໜ້າທີ່ ອາເມລິກາ - ລັດເຊຍ ໄດ້ຕິດຕໍ່ກັນກ່ຽວກັບເຫດດັ່ງກ່າວຫຼືບໍ່.

        ກ່ອນໜ້ານັ້ນ, ລັດເຊຍ ໄດ້ກ່າວຫາ ອາເມລິກາ ຢືນຢູ່ເບືອງຫຼັງເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃສ່ວັງ Kremlin ເມື່ອຖະແຫຼງວ່າ ລັດເຊຍ ໄດ້ຮູ້ຢ່າງຈະແຈ້ງບັນດາຂໍ້ຕົກລົງກ່ຽວກັບການກະທຳ, ການບຸກໂຈມຕີກໍ່ການຮ້າຍຄືແນວນັ້ນ ແມ່ນບໍ່ໄດ້ຍົກອອກມາຢູ່ Kiev ຫາກແມ່ນຢູ່ ວໍຊິງເຕັນ.

ຕອບກັບ

ຂ່າວ/ບົດ​ອື່ນ