ອາເມລິກາ ປາດຖະຫນາຢາກເຊື່ອມຕໍ່ການເຈລະຈາດ້ານການທະຫານກັບຈີນ ຄືນໃຫມ່

(VOVWORLD) -ນາຍພົນ Charles Brown ໃຫ້ຮູ້ວ່າ ວັນທີ 10 ພະຈິກ ທ່ານເອງໄດ້ສົ່ງຈົດໝາຍມາຍັງຄູ່ຕຳແຫນ່ງຈີນ ຫລິວແຢນລີ (Liu Zhenli), ເພື່ອສະແດງຄວາມປາດຖະຫນາຂອງອາເມລິກາ ແມ່ນຢາກເຊື່ອມຕໍ່ການເຈລະຈາດ້ານການທະຫານລະຫວ່າງ ສອງປະເທດ. 
ອາເມລິກາ ປາດຖະຫນາຢາກເຊື່ອມຕໍ່ການເຈລະຈາດ້ານການທະຫານກັບຈີນ ຄືນໃຫມ່ - ảnh 1ນາຍພົນ Charles Brown ປະທານສະພາ ຫົວຫນ້າເສນາທິການທະຫານປະສົມ ອາເມລິກາ.ພາບ: AP

ປະທານສະພາ ຫົວຫນ້າເສນາທິການທະຫານປະສົມ ອາເມລິກາ ນາຍພົນ Charles Brown ໃຫ້ຮູ້ວ່າ: ອາເມລິກາ ປາດຖະຫນາຢາກເຊື່ອມຕໍ່ຊ່ອງຕິດຕໍ່ພົວພັນດ້ານການທະຫານກັບຈີນ ຄືນໃຫມ່ ທີ່ເຄີຍຖືກຢຸດຕິໃນປີກາຍນີ້ ພາຍຫລັງ ການຢ້ຽມຢາມໄຕ້ຫວັນຂອງທ່ານນາງ Nancy Pelosy ປະທານສະພາຕ່ຳ ອາເມລິກາ ໃນປີ 2022

ນາຍພົນ Charles Brown ໃຫ້ຮູ້ວ່າ ວັນທີ 10 ພະຈິກ ທ່ານເອງໄດ້ສົ່ງຈົດໝາຍມາຍັງຄູ່ຕຳແຫນ່ງຈີນ ຫລິວແຢນລີ (Liu Zhenli), ເພື່ອສະແດງຄວາມປາດຖະຫນາຂອງອາເມລິກາ ແມ່ນຢາກເຊື່ອມຕໍ່ການເຈລະຈາດ້ານການທະຫານລະຫວ່າງ ສອງປະເທດ. ຕາມທ່ານນາຍພົນແລ້ວ, ເລື່ອງເຊື່ອມຕໍ່ການເຈລະຈາດ້ານການທະຫານລະຫວ່າງສອງປະເທດ ແມ່ນເປົ້າໝາຍຂອງ ອຳນາດການປົກຄອງ ປະທານາທິບໍດີ Joe Biden ແລະ ສິ່ງນີ້ແມ່ນເພື່ອແນໃສ່ຫລີກລ້ຽງຄວາມເຂົ້າໃຈຜິດທີ່ອາດຈະພາໄປເຖິງເກີດວິກິດການ.         

ຈົດໝາຍຂອງນາຍພົນ Charles Brown ໄດ້ສົ່ງໄປໃນສະພາບການ ປະທານາທິບໍດີ Joe Biden ແລະ ປະທານປະເທດຈີນ ສີຈິ້ນຜິງ ຈະພົບປະກັນວັນທີ 15 ພະຈິກ ຢູ່ ນອກກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ -ປາຊິຟິກ  (APEC) ຢູ່ ນະຄອນ San Francisco, ອາເມລິກາ. ວົງການການເມືອງ ອາເມລິກາ ປາດຖະຫນາວ່າ ສອງຝ່າຍ ຈະປະກາດກ່ຽວກັບເລື່ອງເຊື່ອມຕໍ່ການເຈລະຈາດ້ານການທະຫານດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ