ອາ​ເມ​ລິ​ກາ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ກັບ ຫວຽດ​ນາມ ຢ່າງ​ມີ​ສະ​ຖຽນ​ລະ​ພາບ ແລະ ຍືນ​ຍົງ

(VOVWORLD) -    ໃນຂອບເຂດການຢ້ຽມຢາມຫວຽດນາມ ແຕ່ວັນທີ 20 ຫາວັນທີ 22 ພະຈິກ 2020, ທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ມີການໂອ້ລົມ ແລະ ແລກປ່ຽນກັບນັກສຶກສາ, ຄູອາຈານ, ນັກຄົ້ນຄວ້າຂອງສະຖາບັນການຕ່າງປະເທດ (ຮ່າໂນ້ຍ).
ອາ​ເມ​ລິ​ກາ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ກັບ ຫວຽດ​ນາມ ຢ່າງ​ມີ​ສະ​ຖຽນ​ລະ​ພາບ ແລະ ຍືນ​ຍົງ - ảnh 1 ທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໂອ້ລົມ ແລະ ແລກປ່ຽນກັບນັກສຶກສາ, ຄູອາຈານ, ນັກຄົ້ນຄວ້າຂອງສະຖາບັນການຕ່າງປະເທດ (ພາບ: TTXVN)

ທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ຖືເປັນສຳຄັນ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ກັບ ຫວຽດນາມ ຢ່າງມີສະຖຽນລະພາບ ແລະ ຍືນຍົງ ບົນພື້ນຖານເຄົາລົບລະບອບລະບຽບການດ້ານການເມືອງຂອງກັນ; ອາເມລິກາ ສະໜັບສະໜູນການສ້າງຫວຽດນາມເປັນປະເທດ “ເຂັ້ມແຂງ, ເອກະລາດ ແລະ ວັດທະນາຖາວອນ”. ທ່ານ Robert O’Brien ກໍສະແດງຄວາມຊົມເຊີຍ ຫວຽດນາມ ທີ່ໄດ້ດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020 ທີ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງນີ້, ພ້ອມທັງຢັ້ງຢືນວ່າ ອາເມລິກາ ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ຈະສືບຕໍ່ສ້າງ, ພັດທະນາກາຍພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອາຊຽນ ແລະ ການພົວພັນຄູ່ຮ່ວມມື ອາເມລິກາ - ແມ່ນ້ຳຂອງ. ທ່ານກໍຕີລາຄາສູງບົດບາດຂອງ ຫວຽດນາມ ໃນປີ ປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ 2020 – 2021 ແລະ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການສົມທົບໃນການແກ້ໄຂບັນດາສິ່ງທ້າທາຍລວມ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ພາຍຫຼັງບົດກ່າວປາໄສ, ທ່ານ Robert O’Brien ໄດ້ແລກປ່ຽນກັບນັກສຶກສາ, ຄູອາຈານ, ນັກຄົ້ນຄວ້າ ສັງກັດສະຖາບັນການຕ່າງປະເທດ ດ້ວຍບັນດາຄຳຖາມທີ່ກ່ຽວກັບສາຍພົວພັນສອງຝ່າຍ ຫວຽດນາມ - ອາເມລິກາ ແລະ ບັນດາບັນຫາຂອງສາກົນ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ