ອາ​ເມ​ລິ​ກາ ຜິ​ດ​ຫວັງ​ຕໍ່​ບັນ​ດາປະ​ເທດ​ພັນ​ທະ​ມິດ​ເອີ​ຣົບ ໃນ ບັນ​ຫາ ອີ​ຣານ

(VOVWORLD) -  ອາເມລິກາ ສະແດງຄວາມຜິດຫວັງຕໍ່ປະຕິກິລິຍາຂອງ ບັນດາປະເທດພັນທະມິດ ເອີຣົບ ທີ່ກ່ຽວຂ້ອງເຖິງການຈັດວາງຄຳສັ່ງລົງໂທດ ທີ່ແນໃສ່ຕ້ານ ອີຣານ.
ອາ​ເມ​ລິ​ກາ ຜິ​ດ​ຫວັງ​ຕໍ່​ບັນ​ດາປະ​ເທດ​ພັນ​ທະ​ມິດ​ເອີ​ຣົບ ໃນ ບັນ​ຫາ ອີ​ຣານ  - ảnh 1ທ່ານນາງ Kelly Craft, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ (ພາບ: AFP/TTXVN)

       ນັ້ນແມ່ນຖະແຫຼງການຂອງທ່ານນາງ Kelly Craft, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ, ເມື່ອຕອບສຳພາດຕໍ່ວົງການນັກຂ່າວໃນວັນທີ 21 ສິງຫາ. ທ່ານນາງ Kelly Craft ຢັ້ງຢືນວ່າຈະຟື້ນຟູບັນດາຄຳສັ່ງລົງໂທດ ແລະ ແກ່ຍາວຄຳສັ່ງຂວ້ຳບາດດ້ານອາວຸດ ຕ້ານ ອີຣານ ແມ່ນມີຄວາມຈຳເປັນ ແລະ ມີຄວາມໝາຍສໍາຄັນ.

        ກ່ອນໜ້ານັ້ນ, ວັນທີ 20 ສິງຫາ, ຝລັ່ງ, ເຢຍລະມັນ ແລະ ອັງກິດ ໃຫ້ຮູ້ວ່າ ເຂົາເຈົ້າຈະບໍ່ສະໜັບສະໜູນຕໍ່ຄຳຮຽກຮ້ອງຂອງ ອາເມລິກາ ທີ່ສະເໜີໃຫ້ ສປຊ ຈັດວາງບັນດາມາດຕະການລົງໂທດ ອີຣານ ຄືນໃໝ່ ດ້ວຍຄຳກ່າວຫາທີ່ວ່າ ອີຣານ ລະເມີດຂໍ້ຕົກລົງ JCPOA  ເຊິ່ງໄດ້ລົງນາມກັບກຸ່ມ P5+1 ເມື່ອປີ 2015.  

ຕອບກັບ

ຂ່າວ/ບົດ​ອື່ນ