ອາເມລິກາ ຜັນຂະຫຍາຍເຮືອບິນຖິ້ມລະເບີດ B-52 ໄປຍັງແຫຼມເກາະເກົາຫຼີ ເພື່ອໂອ້ອວດກຳລັງແຮງ

(VOVWORLD) -ການກະທຳດັ່ງກ່າວແມ່ນເພື່ອສະແດງໃຫ້ເຫັນຄວາມຕັດສິນໃຈຂອງສຳພັນທະມິດ ອາເມລິກາ - ສ.ເກົາຫຼີ ກໍຄືພ້ອມແລ້ວທີ່ຈະໂຕ້ຕອບທຸກການເກາະຜິດຂອງ ສປປ.ເກົາຫຼີ.

        ວັນທີ 05 ເມສາ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ, ບັນດາເຮືອບິນຖິ້ມລະເບີດ B-52 ຂອງ ອາເມລິກາ ໄດ້ເຂົ້າຮ່ວມການຊ້ອມຮົບຮ່ວມກັບບັນດາເຮືອບິນສູ້ຮົບຂອງ ສ.ເກົາຫຼີ ຢູ່ແຫຼມເກົາຫຼີ. ການກະທຳດັ່ງກ່າວແມ່ນເພື່ອສະແດງໃຫ້ເຫັນຄວາມຕັດສິນໃຈຂອງສຳພັນທະມິດ ອາເມລິກາ - ສ.ເກົາຫຼີ ກໍຄືພ້ອມແລ້ວທີ່ຈະໂຕ້ຕອບທຸກການເກາະຜິດຂອງ ສປປ.ເກົາຫຼີ. ກອງທັບ ອາເມລິກາ ແລະ ສ.ເກົາຫຼີ ໄດ້ເປີດກວ້າງບັນດາການຊ້ອມຮົບການທະຫານຮ່ວມ ເພື່ອຕອບຄືນບັນດາຄຳນາບຂູ່ນິວເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ. ອາເມລິກາ ກໍ່ພວມຜັນຂະຫຍາຍກ່ຳປັ່ນບັນທຸກເຮືອບິນແລ່ນດ້ວຍພະລັງງານນິວເຄຼຍ USS – Nimitz ເຂົ້າຮ່ວມການຊ້ອມຮົບຢູ່ທະເລກັບ ສ.ເກົາຫຼີ ໃນອາທິດກ່ອນ ແລະ ບັນດາການຊ້ອມຮົບຕ້ານກ່ຳປັ່ນດຳນ້ຳກັບ ສ.ເກົາຫຼີ ແລະ ຍີ່ປຸ່ນ ໃນອາທິດນີ້.

        ບັນດາທູດພິເສດກ່ຽວກັບສປປ.ເກົາຫຼີ ຂອງ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຈະພົບປະກັນຢູ່ ເຊີອຸນ ໃນວັນທີ 7 ເມສາ ນີ້ ເພື່ອປຶກສາຫາລືວີທີການຮັບມືກັບຄວາມເຄັ່ງຕຶງທີ່ກໍ່ໃຫ້ເກີດຈາກບັນດາເຫດທົດລອງລູກສອນໄຟໃນໄລຍະມໍ່ໆມານີ້ຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ