ອາ​ເມ​ລິ​ກາ, ຝ​ລັ່ງ ແລະ ອັງ​ກິດ ປະ​ກາດ​ແຜນ​ການ​ໜູນ​ຊ່ວຍ ອິນ​ເດຍ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ອາເມລິກາ ຈະສະໜອງບັນດາວັດຖຸດິບໃນທັນທີ ເພື່ອຜະລິດວັກຊິນກັນພະຍາດໂຄວິດ - 19 ກໍຄືບັນດາມາດຕະການປິ່ນປົວ, ຊຸດກວດຫາເຊື້ອ, ເຄື່ອງຊ່ວຍຫາຍໃຈ ແລະ ເຄື່ອງອຸປະກອນປ້ອງກັນທີ່ພວມມີຢູ່ ໃຫ້ແກ່ ອິນເດຍ.
ອາ​ເມ​ລິ​ກາ, ຝ​ລັ່ງ ແລະ ອັງ​ກິດ ປະ​ກາດ​ແຜນ​ການ​ໜູນ​ຊ່ວຍ ອິນ​ເດຍ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ຈຳນວນຜູ້ຕິດເຊື້ອ ແລະ ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຢູ່ ອິນເດຍ ເພີ່ມຂຶ້ນລະດັບສູງສະຖິຕິ (ພາບ: AFP/TTXVN)

   ຕໍ່ໜ້າສະພາບການຈຳນວນຜູ້ຕິດເຊື້ອ ແລະ ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຢູ່ ອິນເດຍ ເພີ່ມຂຶ້ນລະດັບສຸກເສີນໃນຊຸມວັນຜ່ານມາ, ເຮັດໃຫ້ລະບົບສາທາລະນະສຸກຂອງປະເທດນີ້ຕົກເຂົ້າສູ່ສະພາບຂາດແຄນອົກຊີ ແລະ ຢຸກຢາ, ວັນທີ 25 ເມສາ, ທຳນຽບຂາວ ໃຫ້ຮູ້ວ່າ ອາເມລິກາ ຈະສະໜອງບັນດາວັດຖຸດິບໃນທັນທີ ເພື່ອຜະລິດວັກຊິນກັນພະຍາດໂຄວິດ - 19 ກໍຄືບັນດາມາດຕະການປິ່ນປົວ, ຊຸດກວດຫາເຊື້ອ, ເຄື່ອງຊ່ວຍຫາຍໃຈ ແລະ ເຄື່ອງອຸປະກອນປ້ອງກັນທີ່ພວມມີຢູ່ ໃຫ້ແກ່ ອິນເດຍ.

        ໃນວັນດຽວກັນ, ຫ້ອງວ່າການປະທານາທິບໍດີ ຝລັ່ງ ກໍໄດ້ອອກແຈ້ງການ ໂດຍໃຫ້ຮູ້ວ່າ ປະເທດນີ້ ຈະສະເໜີການໜູນຊ່ວຍ ອິນເດຍ ເພີ່ມທະວີກຳລັງຂອງລະບົບເຄື່ອງຊ່ວຍຫາຍໃຈທີ່ສຳຄັນໃນຊຸມວັນຈະມາເຖິງ, ເພື່ອຊ່ວຍໃຫ້ປະເທດ ອາຊີໃຕ້ນີ້ ສາມາດຮັບມືກັບໂລກລະບາດໂຄວິດ - 19.

        ກ່ອນໜ້ານັ້ນ, ລັດຖະບານ ອັງກິດ ໃຫ້ຮູ້ວ່າ ຈະສົ່ງອຸປະກອນການແພດກວ່າ 600 ເຄື່ອງ ໄປຍັງ ອິນເດຍ ເພື່ອຊ່ວຍປະເທດນີ້ຮັບມືກັບສະພາບການທີ່ຈຳນວນຜູ້ຕິດເຊື້ອໂຄວິດ - 19 ພວມເພີ່ມຂຶ້ນຢ່າງແຮງ.


ຕອບກັບ

ຂ່າວ/ບົດ​ອື່ນ