ອາ​ເມ​ລິ​ກາ ພິ​ຈາ​ລະ​ຈາ​ຄືນ​​ການກຳ​ນົດ​ເວ​ລາ​ຖອນ​ທະ​ຫານ ອອກ​ຈາກ ອາບ​ກາ​ນິ​ດ​ສະ​ຖານ

(VOVWORLD) -ການກຳນົດເວລາຖອນກຳລັງທະຫານຂອງປະເທດນີ້ອອກຈາກ ອາບການິດສະຖານ ໃນວັນທີ 1 ພຶດສະພາ ຈະມາເຖິງ ອາດຈະໄດ້ຮັບການພິຈາລະຈາຄືນໃໝ່ ຍ້ອນ ຕາລີບານ ບໍ່ຕອບສະໜອງໄດ້ຄຳໝັ້ນສັນຍາທີ່ໄດ້ຍົກອອກມາຕາມຂໍ້ຕົກລົງສັນຕິພາບປີ 2020.
ອາ​ເມ​ລິ​ກາ ພິ​ຈາ​ລະ​ຈາ​ຄືນ​​ການກຳ​ນົດ​ເວ​ລາ​ຖອນ​ທະ​ຫານ ອອກ​ຈາກ ອາບ​ກາ​ນິ​ດ​ສະ​ຖານ - ảnh 1 ທະຫານ ອາເມລິກາ ປະຕິບັດໜ້າທີ່ຢູ່ Kabul, ອາບການິດສະຖານ (ພາບ: AFP/TTXVN)

ວັນທີ 9 ມີນາ, ທ່ານ Bob Menendez ປະທານກຳມາທິການພົວພັນຕ່າງປະເທດ ສະພາສູງ ອາເມລິກາ ໃຫ້ຮູ້ວ່າ ການກຳນົດເວລາຖອນກຳລັງທະຫານຂອງປະເທດນີ້ອອກຈາກ ອາບການິດສະຖານ ໃນວັນທີ 1 ພຶດສະພາ ຈະມາເຖິງ ອາດຈະໄດ້ຮັບການພິຈາລະຈາຄືນໃໝ່ ຍ້ອນ ຕາລີບານ ບໍ່ຕອບສະໜອງໄດ້ຄຳໝັ້ນສັນຍາທີ່ໄດ້ຍົກອອກມາຕາມຂໍ້ຕົກລົງສັນຕິພາບປີ 2020. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານສະມາຊິກສະພາສູງ ອາເມລິກາ  Bob Menendez ສະແດງຄວາມວິຕົກກັງວົນກ່ຽວກັບວິວັດການສ້າງສັນຕິພາບຢູ່ ອາບການິດສະຖານ ແລະ ຖືວ່າ “ເປັນທີ່ຈະແຈ້ງແລ້ວວ່າ ຕາລີບານ ບໍ່ປະຕິບັດ” ຕາມທຸກຄຳໝັ້ນສັນຍາ ເຊິ່ງກຳລັງດັ່ງກ່າວຍົກອອກມາ.

        ວັນທີ 7 ມີນາ, ລັດຖະບານ ອາເມລິກາ ຢັ້ງຢືນວ່າ ຍັງຄົງຊັ່ງຊາຕໍ່ທຸກວິທີການທີ່ກ່ຽວຂ້ອງເຖິງນາຍທະຫານ 2.500 ຄົນ ທີ່ພວມປະຈຳຢູ່ ອາບການິດສະຖານ. ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ໃນສະພາບການທີ່ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຮຽກຮ້ອງໃຫ້ຫຼຸດຜ່ອນການໃຊ້ຄວາມຮຸນແຮງພາຍໃນ 90 ວັນຢູ່ ອາບການິດສະຖານ, ພ້ອມທັງກ່າວເຕືອນວ່າ ອາເມລິກາ ກຳລັງຊັ່ງຊາຕໍ່ການຖອນກຳລັງທະຫານທັງໝົດອອກຈາກ ອາບການິດສະຖານໃນວັນທີ 1 ພຶດສະພາ ແລະ ມາດຕະການອື່ນໆອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ