ອາ​ເມລິ​ກາ ພິ​ຈາ​ລະ​ນາ​ການ​ປະ​ກາດ​ເອ​ກະ​ສານ​ລັບ​ຈຳ​ນວນ​ໜຶ່ງ​ກ່​ຽວ​ກັບ​ເຫດບຸກ​ໂຈມ​ຕີກໍ່​ການ​ຮ້າຍ 11 ກັນ​ຍາ

(VOVWORLD) -ໃນຈົດໝາຍຝາກເຖິງກຳມະການອົງການໄອຍະການເມືອງພາກໃຕ້ ນິວຢອກ, ກົມສືບສວນສະຫະລັດ ອາເມລິກາ (FBI) ໃຫ້ຮູ້ວ່າ “ໄດ້ຕັດສິນໃຈຈະພິຈາລະຈາຄືນ” ສິດພິເສດເມື່ອກ່ອນນີ້ ກ່ຽວກັບການບໍ່ເປີດເຜີຍບາງເອກະສານມີຄວາມສະດຸ້ງໄວແລະ ຈະກຳນົດເອົາຂໍ້ມູນໃດທີ່ມີຄວາມເໝາະສົມເພື່ອປະກາດ ແລະ ຈະພະຍາຍາມປະກາດໃນເວລາໄວເທົ່າທີ່ໄວໄດ້.
ອາ​ເມລິ​ກາ ພິ​ຈາ​ລະ​ນາ​ການ​ປະ​ກາດ​ເອ​ກະ​ສານ​ລັບ​ຈຳ​ນວນ​ໜຶ່ງ​ກ່​ຽວ​ກັບ​ເຫດບຸກ​ໂຈມ​ຕີກໍ່​ການ​ຮ້າຍ 11 ກັນ​ຍາ - ảnh 1ເຫດບຸກໂຈມກໍ່ການຮ້າຍ ໃນວັນທີ 11 ກັນຍາ 2001 (ພາບ: welt.de)

ໃນວັນທີ 9 ສິງຫາ, ວົງການເຈົ້າໜ້າທີ່ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ຈະພິຈາລະນາເອກະສານລັບຕ່າງໆທີ່ກ່ຽວຂ້ອງເຖິງບັນດາເຫດບຸກໂຈມກໍ່ການຮ້າຍ ໃນວັນທີ 11 ກັນຍາ 2001 ແນໃສ່ກຳນົດເນື້ອໃນໃດທີ່ອາດຈະເປີດເຜີຍໄດ້, ເພື່ອຕອບສະໜອງຕາມຄວາມມຸ່ງມາດປາດຖະໜາຂອງຄອບຄົວຜູ້ປະສົບເຄາະຮ້າຍ. ໃນຈົດໝາຍຝາກເຖິງກຳມະການອົງການໄອຍະການເມືອງພາກໃຕ້ ນິວຢອກ, ກົມສືບສວນສະຫະລັດ ອາເມລິກາ (FBI) ໃຫ້ຮູ້ວ່າ “ໄດ້ຕັດສິນໃຈຈະພິຈາລະຈາຄືນ” ສິດພິເສດເມື່ອກ່ອນນີ້ ກ່ຽວກັບການບໍ່ເປີດເຜີຍບາງເອກະສານມີຄວາມສະດຸ້ງໄວແລະ ຈະກຳນົດເອົາຂໍ້ມູນໃດທີ່ມີຄວາມເໝາະສົມເພື່ອປະກາດ ແລະ ຈະພະຍາຍາມປະກາດໃນເວລາໄວເທົ່າທີ່ໄວໄດ້.

        ຄຳໝັ້ນສັນຍາຂອງ FBI ແມ່ນສ່ວນໜຶ່ງໃນການຕໍ່ສູ້ທາງນິຕິກຳ ໂດຍຍາດຕິພີ່ນ້ອງຂອງຜູ້ຖືກປະສົບເຄາະຮ້າຍໃນເຫດບຸກໂຈມຕີເມື່ອວັນທີ 11 ສິງຫາ 2001 ໄດ້ດຳເນີນເພື່ອຕ້ານຄືນ ອາຣັບບີ ຊະອຸດິ ແລະ ບັນດາປະເທດທີ່ເຂົາເຈົ້າຖືວ່າເປັນພັນທະມິດຂອງອາດຊະຍາກຳດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ