ອາ​ເມ​ລິ​ກາ ພ້ອມ​ກັບ 4 ປະ​ເທດ​ພັນ​ທະ​ມິດ ເອີ​ລົບ ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ຕາ​ເວັນ​ອອກ​ກາງ

(VOVWORLD) -  ວັນທີ 12 ສິງຫາ, ອາເມລິກາ ພ້ອມກັບ 4 ປະເທດພັນທະມິດ ເອີລົບ ລວມມີ: ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ໄດ້ອອກຖະແຫລງການຮ່ວມກ່ຽວກັບສະພາບການຢູ່ ຕາເວັນອອກກາງ.
ອາ​ເມ​ລິ​ກາ ພ້ອມ​ກັບ 4 ປະ​ເທດ​ພັນ​ທະ​ມິດ ເອີ​ລົບ ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ຕາ​ເວັນ​ອອກ​ກາງ - ảnh 1ການຂົນສົ່ງເຄື່ອງຊ່ວຍເຫຼືອດ້ານສາທາລະນະສຸກ ຂອງ WHO ໄປຍັງ ໂຮງໝໍ  Nasser  (ພາບ: Xinhua)

ຖະແຫລງການຮ່ວມສະແດງໃຫ້ເຫັນການສະຫນັບສະຫນູນສຳລັບບັນດາຄວາມມານະພະຍາຍາມປະຈຸບັນ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ແລະ ບັນລຸຂໍ້ຕົກລົງຢຸດຍິງ, ແລກປ່ຽນຕົວປະກັນ ຢູ່ ເຂດ ກາຊາ; ສະຫນັບສະຫນູນຄວາມມານະພະຍາຍາມຂອງປະທານາທິບໍດີ ອາເມລິກາ, ປະທານາທິບໍດີ ອີຢິບ ແລະ ກະສັດ ກາຕາ ທີ່ຮຽກຮ້ອງບັນດາຝ່າຍເຊື່ອມຕໍ່ການເຈລະຈາຄືນໃຫມ່ໃນສັບປະດານີ້ ເພື່ອສຳເລັດຂໍ້ຕົກລົງໂດຍໄວເທົ່າທີ່ຈະໄວໄດ້; ເນັ້ນຫນັກເຖິງຄວາມຈຳເປັນຂອງການເພີ່ມການຊ່ວຍເຫລືອມະນຸດສະທຳຢູ່ ເຂດ ກາຊາ.

ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ສປຊ António Guterres ໄດ້ກ່າວປະນາມເຫດບຸກໂຈມຕີນອງເລືອດໃນທ້າຍອາທິດຜ່ານມາ ເພື່ອເລັ່ງໃສ່ໂຮງຮຽນແຫ່ງຫນຶ່ງຢູ່ ເຂດ ກາຊາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດແມ່ນ 100 ຄົນ.

ວັນທີ 12 ສິງຫາ, ບໍລິສັດການບິນບາງແຫ່ງໄດ້ຕໍ່ກຳນົດເວລາຄຳສັ່ງຢຸດຕິບັນດາຖ້ຽວບິນໄປຍັງ ອິດສະຣາແອນ, ອີຣານ ແລະລີບັງ, ໃນສະພາບຄວາມເຄັ່ງຕຶງຢູ່ເຂດນີ້ ພວມເພີ່ມຂຶ້ນສູງ, ຂະນະທີ່ການບຸກໂຈມຕີຂອງ ອີຣານ ແລະ ແຮກໂບລາ ເລັ່ງໃສ່ ອິດສະຣາແອນ ອາດຈະເກີດຂຶ້ນໃນຊຸມມື້ຈະມາເຖິງ.

ນັກຂ່າວ VOV ປະຈຳ ອາເມລິກາ ແລະ ອີຢີບ

ຕອບກັບ

ຂ່າວ/ບົດ​ອື່ນ