ອາເມລິກາ ພ້ອມແລ້ວ ທີ່ໂອ້ລົມສົນທະນາໂດຍກົງກັບ ອີຣານ

ອາເມລິກາ ພ້ອມແລ້ວ ທີ່ໂອ້ລົມສົນທະນາໂດຍກົງກັບ ອີຣານ - ảnh 1
ທ່ານປະທານາທິບໍດີ ອີຣານ ຄົນ​ໃໝ່ Hassan Rowhani ແລະ ທ່ານ​ປະທານາທິບໍດີ Barack Obama
(ພາບ: ອີນເຕີເນັດ)

(vovworld) – ​ໂດຍ​ໄດ້​ຮັບ​ການ​ສົ່ງ​ເສີມ​ຍ້ອນ​ຄຳ​ໝັ້ນ​ສັນຍາ​ຂອງ​ທ່ານປະທານາທິບໍດີ ອີຣານ ຄົນ​ໃໝ່ Hassan Rowhani ວ່າ: ອີຣານ ຈະ​ບໍ່​ຜະລິດ​ອາວຸດນິວ​ເຄຼຍ, ວັນ​ທີ 19/9, ທຳນຽບຂາວ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ Barack Obama ອາດ​ຈະ​ພົບ​ປະກັນຄູ່​ຕຳ​ແໜ່​ງ ອີຣານ ຢູ່ ນິວຢອກ ​ໃນ​ອາທິດ​ໜ້າ, ຢູ່​ນອກ​ກອງ​ປະຊຸມ​ຮ່ວມ​ຂອງ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ. ​ໂຄສົກ​ທຳນຽບຂາວ Jay Carney ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ຍັງ​ບໍ່ທັນ​ມີ​ລາຍການ​ດຳ​ເນີນ​ງານ​ກໍ່ຕາມ, ​ແຕ່​ຖ້າ​ຫາກ ​ເຕ​ເຮຣານ ຕັ້ງ​ໃຈ​ປະຕິບັດ​ການ​ປະລະ​ໂຄງການ ນິວ​ເຄຼຍ, ທ່ານ​ປະທານາທິບໍດີ Obama ພ້ອມ​ແລ້ວ​ທີ່​ຈະ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ອີຣານ Rowhani. ຕາມ​ທ່ານ Carney ​ແລ້ວ, ນັບ​ແຕ່​ເມື່ອ​ອອກ​ສະໝັກ​ຮັບ​ເລື​ອກຕັ້ງ​ປະທານາທິບໍດີ ອາຍຸ​ການ​ທຳ​ອິດ​ເມື່ອ​ປີ 2008, ທ່ານ​ປະທານາທິບໍດີ Obama ​ໄດ້​ຖະ​ແຫຼ​ງພ້ອມ​ແລ້ວທີ່​ຈະ​ດຳ​ເນີນ​ບັນດາ​ການ​ເຈລະຈາ​ໂດຍ​ກົງ ຖ້າ​ຫາກ ອີຣານ ຕົກລົງ​ປະລະ​ຄວາມ​ມັກ​ໃຫຍ່​ໄພ​ສູງ​ອາວຸດ​ນິວ​ເຄຼຍ ​ແລະ ມາ​ຮອດ​ປະຈຸ​ບັນ, ທ່ານ Obama ຍັງ​ຄົງ​ຮັກສາ​ທັດສະນະ​ນີ້.

    ​ໃນ​ຂະນະ​ນັ້ນ, ວັນ​ທີ 19/9, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban ki moon ກໍ່​ໄດ້​ອອກສຽງ​ຊົມ​ເຊີຍ​ບັນດາ​ຄຳ​ກ່າວ​ປາ​ໄສ​ຂອງ​ການ​ນຳ​ອີຣານ, ຖື​ວ່າ ມັນ​ສະ​ແດງ​ຄວາມ​ມານະ​ພະຍາຍາມ​ຂອງ​ປະ​ເທດ ອິດສະ​ລາມ ນີ້​ເພື່ອ​ແນ​ໃສ່​ຊອກ​ຫາ​ການ​ເຈລະຈາ ​ແລະ ສັນຕິພາບ, ກໍ່​ຄື​ບັນດາ​ມາດ​ຕະການ​ແກ້​ໄຂ​ຂໍ້​ຕິດ​ຂັດໃນ​ປະຈຸ​ບັນ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍ ຂອງ​ເຕ​ເຮຣານ.

 

ຂ່າວ/ບົດ​ອື່ນ