ອາເມລິກາ ພ້ອມແລ້ວທີ່ຈະນຳໃຊ້ທຸກມາດຕະການທີ່ມີຢູ່ແລ້ວ ເພື່ອແກ້ໄຂບັນຫາ ສປປ.ເກົາຫຼີ

(VOVWORLD) - ວັນທີ 12 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງ ຝຣັ່ງ Emmanuel Macron ມີການໂອ້ລົມທາງໂທລະສັບ
ອາເມລິກາ ພ້ອມແລ້ວທີ່ຈະນຳໃຊ້ທຸກມາດຕະການທີ່ມີຢູ່ແລ້ວ ເພື່ອແກ້ໄຂບັນຫາ ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງ ຝຣັ່ງ Emmanuel Macron ມີການໂອ້ລົມທາງໂທລະສັບ (ພາບ: Getty)

ໃນນັ້ນ ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບ ຈະສົມທົບກັນແກ້ໄຂວິກິດການຢູ່ແຫຼມ ເກົາຫຼີ. ຖະແຫຼງການຂອງທຳນຽບຂາວຊີ້ແຈ້ງວ່າ: ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບຄວາມຈຳເປັນ ຂອງການຮັບມືກັບສະພາບນັບມື້ນັບອັນຕະລາຍ ທີ່ກ່ຽວຂ້ອງເຖິງບັນດາການກະທຳກໍ່ຄວາມຂາດສະຖຽນລະພາບ ແລະ ນັບມື້ນັບເຄັ່ງຕຶງ ໂດຍຈາກຝ່າຍ ສປປ.ເກົາຫຼີ ກໍ່ຂຶ້ນ. ທ່ານປະທານາທິບໍດີ Donald Trump ຢືນຢັນຄືນໃໝ່ຕໍ່ທ່ານປະທານາທິບໍດີ Emmanuel Macron ກ່ຽວກັບຄຳໝັ້ນສັນຍາຂອງ ອາເມລິກາ ໃນການສະກັດກັ້ນໄພນາບຂູ່ນິວເຄຼຍ ສປປ.ເກົາຫຼີ. ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະຮ່ວມມືກັບສຳພັນທະມິດຂອງຕົນ, ນຳໃຊ້ທຸກມາດຕະການທີ່ມີຢູ່ແລ້ວ, ນັບແຕ່ການທູດ, ເສດຖະກິດຈົນເຖິງການທະຫານ, ເພື່ອບັນລຸໄດ້ຈຸດໝາຍນີ້.

        ແລະກໍ່ໃນວັນທີ 12 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Boris Johnson ຢືນຢັນວ່າ ລອນດອນ ປາດຖະໜາຢາກມີມາດຕະການແກ້ໄຂທາງການທູດສຳລັບວິກິດການໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ