ອາເມລິກາ ພ້ອມແລ້ວທີ່ຈະແກ້ໄຂບັນຫາ ສປປ.ເກົາຫຼີ ພຽງລຳພັງຝ່າຍດຽງ

ອາເມລິກາ ພ້ອມແລ້ວທີ່ຈະແກ້ໄຂບັນຫາ ສປປ.ເກົາຫຼີ ພຽງລຳພັງຝ່າຍດຽງ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump
(ພາບ: AFP/TTXVN)

(vovworld) - ວັນ​ທີ 06/04, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ຖະ​ແຫຼ​ງວ່າ ທ່ານ​ພ້ອມ​ແລ້ວ​ທີ່​ຈະ​ມີ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ ​ເພື່ອ​ແກ້​ໄຂ​ໂຄງການ​ນິວ​ເຄຼຍ ສປປ.​ເກົາ​ຫຼີ, ຖ້າ​ຫາກ ຈີນ ບໍ່​ຊ່ວຍ​ເຫຼືອ​ໃນ​ບັນຫາ​ນີ້. ຖະ​ແຫຼ​ງການ​ໄດ້​ຍົກ​ອອກ​ໃນ​ສະພາບ​ການ​ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນຜິ​ງ ​ໄປ​ຍັງ ອາ​ເມ​ລິ​ກາ ​​ເພື່ອ​ມີ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດທຳ​ອິດ​ກັບ​ທ່ານ​ປະທານາທິບໍດີ Donald Trump. ​ເມື່ອ​​ນັກ​ຂ່າວຖາມ​ວ່າ ທ່ານ​ກ່ຽມພ້ອມ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວໃນ​ບັນຫາ ສປປ.​ເກົາຫຼ ​ໄດ້ີ ຫຼື ບໍ່, ທ່ານ​ປະທານາທິບໍດີ Trump ຢືນຢັນ​ວ່າ: ທ່ານ​ຈະກຽມພ້ອມ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຈີນ ກໍ່​ຢາກ​ຊ່ວຍ​ເຫຼືອ​​ໃນ​ບັນຫາ​ນີ້. ​ໃນ​ຂະນະ​ນັ້ນ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Rex Tillerson ​ໄດ້ຮຽກຮ້ອງ​ ຈີນ ນຳ​ໃຊ້​ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ​ສຳລັບ ສປປ.​ເກົາຫຼີ ​ເພື່ອ​ບັງຄັບ​ໃຫ້​ປະ​ເທດ​ນີ້ ຢຸດ​ຕິ​ບັນດາ​ໂຄງການ​ນິວ​ເຄຼຍ ​ແລະ ລູກສອນ​ໄຟ.

ຕອບກັບ

ຂ່າວ/ບົດ​ອື່ນ