ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນວັກ​ຊີ​ນກັນ​ເຊື້ອ​ພະຍາດ​ໂຄ​ວິດ - 19 ​ໃຫ້ກັບ ​ໂລກ

(VOVWORLD) -ອາເມລິກາ ພ້ອມແລ້ວທີ່ຈະແບ່ງປັນວັກຊີນກັນເຊື້ອພະຍາດໂຄວິດ - 19 ໃຫ້ກັບໂລກ ພາຍຫຼັງຕອບສະໜອງໄດ້ຕາມຄວາມຕ້ອງການຂອງປະຊາຊົນປະເທດນີ້.
ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນວັກ​ຊີ​ນກັນ​ເຊື້ອ​ພະຍາດ​ໂຄ​ວິດ - 19 ​ໃຫ້ກັບ ​ໂລກ - ảnh 1ທ່ານ Alex Azar ລັດຖະມົນຕີກະຊວງສາທາລະນະສຸກ ແລະ ການບໍລິການ ອາເມລິກາ  (ພາບ:AP)

        ວັນທີ 10 ສິງຫາ, ທ່ານ Alex Azar ລັດຖະມົນຕີກະຊວງສາທາລະນະສຸກ ແລະ ການບໍລິການ ອາເມລິກາ ໄດ້ຖະແຫຼງວ່າ ອາເມລິກາ ພ້ອມແລ້ວທີ່ຈະແບ່ງປັນວັກຊີນກັນເຊື້ອພະຍາດໂຄວິດ - 19 ໃຫ້ກັບໂລກ ພາຍຫຼັງຕອບສະໜອງໄດ້ຕາມຄວາມຕ້ອງການຂອງປະຊາຊົນປະເທດນີ້. ຖະແຫຼງໃນການເດີນທາງໄປຢ້ຽມຢາມ ໄຕ້ຫວັນ, ຈີນ ໃນວັນທີ 10 ສິງຫາ, ທ່ານລັດຖະມົນຕີ Alex Azar ໃຫ້ຮູ້ວ່າ ບຸລິມະສິດທໍາອິດຂອງ ອາເມລິກາ ແມ່ນພັດທະນາ ແລະ ຜະລິດວັກຊີນ ແລະ ຢາປິ່ນປົວຢ່າງພຽງພໍ, ປອດໄພ ແລະ ມີປະສິດທິຜົນ ເຊິ່ງໄດ້ຮັບການອະນຸມັດຜ່ານຈາກກົມຄຸ້ມຄອງສະບຽງອາຫານ ແລະ ຜະລິດຕະພັນການຢາ ເພື່ອແນໃສ່ຕອບສະໜອງຕາມຄວາມຕ້ອງການພາຍໃນປະເທດ, ບັນດາຜະລິດຕະພັນຂອງ ອາເມລິກາ ຈະຈໍາໜ່າຍຢ່າງຍຸຕິທໍາໃນໂລກ ໂດຍມີການປຶກສາຫາລືຂອງປະຊາຄົມສາກົນ.

ຟ້າມຮວັນ, ນັກຂ່າວ VOV ປະຈໍາ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ