ອາເມລິກາ ມີຄວາມປະທັບໃຈກ່ຽວກັບວິທີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ

(VOVWORLD) -  ເມື່ອຕອບສຳພາດຕໍ່ນັກຂ່າວ VOV ໃນວັນທີ 13 ເມສາ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink ໄດ້ຢັ້ງຢືນວ່າ: ອາເມລິກາ ມີຄວາມປະທັບໃຈທີ່ສຸດກ່ຽວກັບວິທີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ.
ອາເມລິກາ ມີຄວາມປະທັບໃຈກ່ຽວກັບວິທີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ - ảnh 1 ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink 

  ລັດຖະບານ ອາເມລິກາ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າ ແລະ ຍາມໃດກໍ່ຮຽງບ່າຮຽງໄຫຼ່ກັບ ຫວຽດນາມ ເພື່ອຄວບຄຸມໂລກລະບາດ ໂຄວິດ-19. ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຖືວ່າ: ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໄດ້ມີຄວາມເປັນເຈົ້າການທີ່ສຸດ, ຕັ້ງໜ້າ, ຮ່ວມມື ແລະ ເປີດເຜີຍໃນວຽກງານປ້ອງກັນ, ສະກັດກັ້ນໂຄວິດ-19. ທ່ານກ່າວວ່າ:

        “ຂ້າພະເຈົ້າອາດຈະເວົ້າດ້ວຍຄວາມເອກອ້າງທະນົງໃຈວ່າ: ຫວຽດນາມ ແລະ ອາເມລິກາ ມີການພົວພັນຮ່ວມມືດ້ານສາທາລະນະສຸກທີ່ຍາວນານ. ກຸ່ມປະຕິບັດງານໃຫຍ່ສຸດທີ່ເຮັດວຽກໃນບັນດາຄະນະປະຕິບັດງານປະຈຳຕ່າງປະເທດຂອງ ອາເມລິກາ ແມ່ນກຸ່ມປະຕິບັດງານກ່ຽວກັບດ້ານສາທາລະນະສຸກ ທີ່ມີກຳລັງພະນັກງານ ກວ່າ 100 ຄົນໄດ້ຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ. ນັ້ນແມ່ນບັນດາຜູ້ຕາງໜ້າທີ່ມາຈາກສູນຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດ (CDC), ອົງການພັດທະນາສາກົນ ອາເມລິກາ (USAID), ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ພ້ອມດ້ວຍອົງການຕ່າງໆ…ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດກ່ຽວກັບການພົວພັນຄູ່ຮ່ວມມືຢ່າງແຮງ ແລະ ຍາວນານກ່ຽວກັບດ້ານສາທາລະນະສຸກລະຫວ່າງ ອາເມລິກາ ແລະ ຫວຽດນາມ, ພວກຂ້າພະເຈົ້າກໍ່ມີຄວາມເອກອ້າງປະທັບໃຈທີ່ສຸດ ຍ້ອນ 2 ປະເທດໄດ້ຮ່ວມແຮງຮ່ວມໃຈໃນການຕໍ່ສູ້ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ