ອາເມລິກາ ມີຄວາມວິຕົກກັງວົນຕໍ່ເນື່ອງ ອັງກິດ ຖອນອອກຈາກ ສະຫະພາບ ເອີລົບ

ອາເມລິກາ ມີຄວາມວິຕົກກັງວົນຕໍ່ເນື່ອງ ອັງກິດ ຖອນອອກຈາກ ສະຫະພາບ ເອີລົບ - ảnh 1
ທ່ານ Philip H. Gordon, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ​ບັນດາ​ບັນຫາ ​ເອີ​ລົບ ​ແລະ ​ເອີ​ລົບ - ອາຊີ

(vovworld) – ວັນ​ທີ 9/1, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ​ບັນດາ​ບັນຫາ ​ເອີ​ລົບ ​ແລະ ​ເອີ​ລົບ - ອາຊີ ທ່ານ Philip H. Gordon ​ໄດ້​ກ່າວ​ເຕືອນ​ວ່າ: ​ເລື່ອງ ອັງກິດ ຖອນ​ອອກ​ຈາກ​ສະຫະພາບ ​ເອີ​ລົບ (ຫຼື EU) ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ສາຍ​ພົວພັນ​ລະຫວ່າງ ລອນ​ດອນ ​ແລະ ວໍ​ຊິງ​ຕັນ, ​ຊ້ຳ​ບໍ​ໜຳປະ​ເທດ ອັງກິດ ມີ​ໄພ​ຈະຖືກ​ປັດ​ເຂ່ຍ​ອອກ​ຈາກໃນ​ບັນດາ​ບັນຫາ​ສາກົນ. ຖະ​ແຫຼ​ງການ​ເນື່ອງ​ໃນ​ການ​ຢ້ຽມຢາມ ລອນ​ດອນ​ ຄັ້ງນີ້​ຂອງ​ທ່ານ Gordon ສະ​ແດງ​ໃຫ້​ເຫັນ​ວ່າ: ວໍ​ຊິງ​ຕັນ ​ໄດ້​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ໄພບໍ່​ມີ ອັງກິດ​ຢູ່ EU ໃນ​ອະນາ​ຄົດ. ​​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັ້ນ​ແມ່ນ​ແຜນການ ​ເຊິ່ງວົງ​ການວາງ​​ແຜນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຕ້ອງຄິດ​ໄລ່ໃນ​ສະພາບ​ການ​ຄວາມ​ກົດ​ດັນ​ພວມ​ເພື່ມຂຶ້ນ, ຮຽກຮ້ອງ​ໃຫ້​ທ່ານ ນາຍົກລັດຖະມົນຕີ ອັງ​ກິດ David Cameron ​ແລະ ພັນທະ​ມິດ​ກຳ​ອຳນາດ​ຕ້ອງ​ຈັດ​ຕັ້ງ​ການ​ລົງ​ປະຊາ​ມະຕິ ​ເພື່ອ​ຕັດສິນ​ວ່າ​ປະ​ເທດ​ນີ້​ຈະ​ເປັນ​ສະມາ​ຊິກ EU ຫຼື​ບໍ່.

ຂ່າວ/ບົດ​ອື່ນ