ອາເມລິກາ ມອບວັກຊິນ Pfizer ເກືອບ 1,5 ລ້ານໂດສ ຕື່ມອີກໃຫ້ແກ່ຫວຽດນາມ

(VOVWORLD) -ຜູ້ຕາງໜ້າຝ່າຍ ອາເມລິກາ ໄດ້ມອບວັກຊິນກັນໂຄວິດ-19 Pfizer/BioNtechເກືອບ 1,5 ລ້ານໂດສ ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ-19.

ຕອນຄ່ຳວັນທີ 02 ກັນຍາ, ຢູ່ສະໜາມບິນ ໂນ້ຍບ່າຍ, ຜູ້ຕາງໜ້າຝ່າຍ ອາເມລິກາ ໄດ້ມອບວັກຊິນກັນໂຄວິດ-19 Pfizer/BioNtechເກືອບ 1,5 ລ້ານໂດສ ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ-19. ງວດວັກຊິນດັ່ງກ່າວໄດ້ມອບຜ່ານກົນໄກ COVAX ແລະ ໄດ້ຂົນສົ່ງໂດຍກົງຈາກໂຮງງານຂອງ Pfizer ມາຫວຽດນາມ. ສະນັ້ນ, ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19 ມາຮອດປະຈຸບັນ, ອາເມລິກາ ໄດ້ໜູນຊ່ວຍຫວຽດນາມ ຈຳນວນວັກຊິນທັງໝົດ 7,5 ລ້ານໂດສ.

ຄຽງຂ້າງເລື່ອງມອບວັກຊິນ 7,5 ລ້ານໂດສ ນັ້ນ, ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍບ້ວງເງິນທີ່ມີມູນຄ່າ 26,7 ລ້ານ USD ເພື່ອແນໃສ່ຊ່ວຍໃຫ້ ຫວຽດນາມ ຮັບມືກັບໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ