ອາ​ເມ​ລິ​ກາ ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ຈຳ​ນວນ 100 ເຄື່ອງ ໃຫ້ ຫວຽດ​ນາມ

(VOVWORLD) -      ຕອນເຊົ້າວັນທີ 30 ກັນຍາ ຢູ່ຮ່າໂນ້ຍ, ໂດຍຜ່ານ ອົງການພັດທະນາສາກົນ ອາເມລິກາ (USAID), ລັດຖະບານ ອາເມລິກາ ໄດ້ມອບເຄື່ອງຊ່ວຍຫາຍໃຈຈຳນວນ 100 ເຄື່ອງທີ່ ຫາກໍ່ຜະລິດໃຫ້ ຫວຽດນາມ ເພື່ອໜູນຊ່ວຍເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ອາ​ເມ​ລິ​ກາ ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ຈຳ​ນວນ 100 ເຄື່ອງ ໃຫ້ ຫວຽດ​ນາມ - ảnh 1 ອາເມລິກາ ມອບເຄື່ອງຊ່ວຍຫາຍໃຈຈຳນວນ 100 ເຄື່ອງ ໃຫ້ ຫວຽດນາມ (ພາບ: vov.vn)

 ທ່ານ ຫງວຽນແທັ່ງລອງ ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ຕີລາຄາວ່າ ນີ້ແມ່ນເຫດການສຳຄັນໄດ້ສ້າງຂີດໝາຍໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ໃນຂົງເຂດສາທາລະນະສຸກ ກໍຄືການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ເປັນການຊ່ວຍເພີ່ມທະວີກຳລັງຄວາມສາມາດໃນການປິ່ນປົວຂອງ ຫວຽດນາມ.

        ທ່ານ  Daiel J.Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ເລື່ອງລັດຖະບານ ອາເມລິກາ ຕົກລົງມອບເຄື່ອງຊ່ວຍຫາຍໃຈ 100 ເຄື່ອງທີ່ຫາກໍ່ຜະລິດມາໃໝ່ໆ ໃຫ້ ຫວຽດນາມ ນັ້ນ ແມ່ນປະຕິບັດຕາມການສະເໜີຂອງ ທ່ານປະທານາທິບໍດີ Donald Trump.

        ໄປຄຽງຄູ່ກັນນັ້ນ, ໂດຍຜ່ານອົງການ USAID, ລັດຖະບານ ອາເມລິກາ ຍັງໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍເງິນຈຳນວນ 9,5 ລ້ານ USD ໃຫ້ ຫວຽດນາມ ເພື່ອຮັບມືກັບໂລກລະບາດໂຄວິດ - 19 ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ