ອາ​ເມ​ລິ​ກາ ມອບ​ໂອນ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ໃຫຍ່​ທີ່​ສຸດ ໃຫ້​ແກ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ວັນທີ 2 ກໍລະກົດ, ພົນທະຫານທັງໝົດຂອງ ອາເມລິກາ ແລະ ອົງການສົນທິສັນຍາອັກລັງຕິກເໜືອ (NATO) ໄດ້ຖອນຕົວອອກຈາກຖານທີ່ໝັ້ນກອງທັບອາກາດ Bagram, ເຊິ່ງເປັນຖານທີ່ໝັ້ນໃຫຍ່ທີ່ສຸດ ຢູ່ ອາບການິດສະຖານ ພາຍຫຼັງໄລຍະປະຈຳການເປັນເວລາເກືອບ 20 ປີ. 

  ຖານທີ່ໝັ້ນດັ່ງກ່າວ ໄດ້ຖືກມອບໂອນໃຫ້ແກ່ກອງທັບ ອາບການິດສະຖານ. ໃນທັນທີ, ກຳລັງ ຕາລີບານ ຢູ່ ອາບການິດສະຖານ ໄດ້ສະແດງຄວາມຊົມເຊີຍຕໍ່ການກະທຳຖອນກຳລັງທະຫານຂອງ ອາເມລິກາ. ທ່ານ Zabihullah Mujahid ໂຄສົກຂອງ ຕາລີບານ ໄດ້ຢັ້ງຢືນວ່າ, ປັດຈຸບັນ, ຊາວ ອາບການິດສະຖານ ໄດ້ຫຍັບເຂົ້າໃກ້ກັບສະຖຽນລະພາບ ແລະ ສັນຕິພາບແລ້ວ. ເຖິງຢ່າງໃດກໍຕາມ, ປະຊາຊົນ ອາບການິດສະຖານ ຫຼາຍຄົນ ພັດເປັນຫ່ວງຕໍ່ການປະທະກັນປີນຂັ້ນໄດໃນອະນາຄົດ ພ້ອມດ້ວຍເລື່ອງ  ຕາລີບານ ໃຊ້ຄວາມຮຸນແຮງເພື່ອກຳສິດຄວບຄຸມ. ສຳລັບປະຊາຄົມສາກົນ, ຫຼາຍປະເທດ NATO, ລວມທັງວົງການເຈົ້າໜ້າທີ່ ອາເມລິກາ ກໍໄດ້ກ່າວເຕືອນຕໍ່ຄວາມອັນຕະລາຍຂອງການຖອນກຳລັງທະຫານອອກຈາກ ອາບການິດສະຖານ ຈະນາບຂູ່ເຖິງໝາກຜົນທີ່ບັນລຸໄດ້ໃນໄລຍະ 20 ປີ ຜ່ານມາ.


ຕອບກັບ

ຂ່າວ/ບົດ​ອື່ນ