ອາເມລິກາ ມານະພະຍາຍາມເພື່ອຮັບປະກັນການປະທະກັນລະຫວ່າງ ອິດສະຣາແອນ - ຮາມາດ ຈະບໍ່ແຜ່ກະຈາຍອອກສູ່ນອກເຂດ ກາຊາ

(VOVWORLD) - ຕາມແຈ້ງການຈາກຫ້ອງວ່າການຂອງນາຍົກລັດຖະມົນຕີ ອີຣັກ, ທ່ານນາຍົກລັດຖະມົນຕີ Mohammed Shia Al-Sidani ໄດ້ຢ້ຳຄືນຄຳຮຽກຮ້ອງຂອງ ອີຣັກ ກ່ຽວກັບຄຳສັ່ງຢຸດຍິງໃນທັນທີ ແລະ ເປີດແລວມະະນຸດສະທຳເພື່ອຫຼີກລ້ຽງວິກິດການມະນຸດສະທຳໃນປະຈຸບັນ ໜັກໜ່ວງຂຶ້ນຕື່ມ
ອາເມລິກາ ມານະພະຍາຍາມເພື່ອຮັບປະກັນການປະທະກັນລະຫວ່າງ ອິດສະຣາແອນ - ຮາມາດ ຈະບໍ່ແຜ່ກະຈາຍອອກສູ່ນອກເຂດ ກາຊາ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ເດີນທາງໄປຍັງນະຄອນຫຼວງ Baghdad ຂອງ ອີຣັກ
(ພາບ:Reuters)

ຕອນຄ່ຳວັນທີ 5 ພະຈິກ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ເດີນທາງໄປຍັງນະຄອນຫຼວງ Baghdad ຂອງ ອີຣັກ ແລະ ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Mohammed Shia Al-Sidani ກ່ຽວກັບການປະທະກັນລະຫວ່າງ ອິດສະຣາແອນ - ຮາມາດ ຢູ່ເຂດ ກາຊາ. ການຢ້ຽມຢາມ ອີຣັກ ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ນອນໃນຂອບເຂດການໄປປະຕິບັດງານຢູ່ຕາເວັນອອກກາງ, ໃນນັ້ນມີ ອິດສະຣາແອນ, ຈໍແດນ ແລະ ປາແລດສະຕິນ ເພື່ອແນໃສ່ຊຸກຍູ້ຄວາມມານະພະຍາຍາມຫລຸດຜ່ອນຄວາມເຄັ່ງຕຶງໃຫ້ແກ່ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ.

        ຕາມແຈ້ງການຈາກຫ້ອງວ່າການຂອງນາຍົກລັດຖະມົນຕີ ອີຣັກ, ທ່ານນາຍົກລັດຖະມົນຕີ Mohammed Shia Al-Sidani ໄດ້ຢ້ຳຄືນຄຳຮຽກຮ້ອງຂອງ ອີຣັກ ກ່ຽວກັບຄຳສັ່ງຢຸດຍິງໃນທັນທີ ແລະ ເປີດແລວມະະນຸດສະທຳເພື່ອຫຼີກລ້ຽງວິກິດການມະນຸດສະທຳໃນປະຈຸບັນ ໜັກໜ່ວງຂຶ້ນຕື່ມ. ວິກິດການມະນຸດສະທຳນີ້ໄດ້ສົ່ງຜົນກະທົບເຖິງສາມັນຊົນຫຼາຍຄົນ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢັ້ງຢືນວ່າ: ອາເມລິກາ ກຽມພ້ອມສືບຕໍ່ສົມທົບ ກໍ່ຄືຮ່ວມມືກັນຢ່າງແໜ້ນແຟ້ນກັບ Baghdad ເພື່ອແນໃສ່ເພີ່ມທະວີຄວາມສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ທ່ານລັດຖະມົນຕີ Antony Blinken ກໍ່ໃສ່ໃຈວ່າ ອາເມລິກາ ບໍ່ຢາກໃຫ້ເກີດການປະທະກັນໃດໆກັບ ອີຣັກ, ພ້ອມທັງເນັ້ນໜັກວ່າ: ອາເມລິກາ ຈະມານະພະຍາຍາມເພື່ອຮັບປະກັນວ່າ: ປະຈຸບັນ, ການປະທະກັນຈະບໍ່ແຜ່ລາມອອກນອກເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ