ອາ​ເມ​ລິ​ກາ: ມີເຫດ​ບຸກ​ໂຈມ​ຕີກວ່າ 9.000 ກໍ​ລະ​ນີ ແນ​ໃສ່​ຊາວ ອາ​ຊີ ນັບ​ແຕ່​ເມື່ອ​ໂລກ​ລະ​ບາດ​ໂຄວິດ - 19 ເລີ່ມ​ແຜ່​ລະ​ບາດ

(VOVWORLD) -ບັນດາເຫດບຸກໂຈມຕີເຫຼົ່ານັ້ນລວມທັງການກໍ່ກວນດ້ວຍຄຳເວົ້າໂດຍກົງ ແລະ ທາງອອນລາຍ ຕະຫຼອດຮອດການທຳຮ້າຍຮ່າງກາຍ, ເຊິ່ງສ່ວນຫຼາຍແມ່ນເກີດຂຶ້ນຢູ່ບ່ອນສາທາລະນະ, ໃນນັ້ນ 63% ຜູ້ປະສົບເຄາະຮ້າຍຈາກເຫດດັ່ງກ່າວ ແມ່ນແມ່ຍິງ.
ອາ​ເມ​ລິ​ກາ: ມີເຫດ​ບຸກ​ໂຈມ​ຕີກວ່າ 9.000 ກໍ​ລະ​ນີ ແນ​ໃສ່​ຊາວ ອາ​ຊີ ນັບ​ແຕ່​ເມື່ອ​ໂລກ​ລະ​ບາດ​ໂຄວິດ - 19 ເລີ່ມ​ແຜ່​ລະ​ບາດ - ảnh 1 63% ຜູ້ປະສົບເຄາະຮ້າຍຈາກເຫດບຸກໂຈມຕີແມ່ນແມ່ຍິງ (ພາບ:THX/TTXVN)

ຕາມບົດລາຍງານຫຼ້າສຸດໂດຍອົງການ Stop AAPI Hate ປະກາດໃນວັນທີ 13 ສິງຫາ ໃຫ້ຮູ້ວ່າ ນັບແຕ່ເມື່ອໂລກລະບາດໂຄວິດ - 19 ຫາກໍແຜ່ລະບາດມານີ້, ອາເມລິກາ  ມີເຫດບຸກໂຈມຕີຫຼາຍກວ່າ 9.000 ກໍລະນີແນໃສ່ຊາວ ອາຊີ, ເຊິ່ງເພີ່ມຂຶ້ນເກືອບ 2.500 ກໍລະນີ ເມື່ອທຽບໃສ່ໄລຍະກ່ອນໜ້ານັ້ນ. ບັນດາເຫດບຸກໂຈມຕີເຫຼົ່ານັ້ນລວມທັງການກໍ່ກວນດ້ວຍຄຳເວົ້າໂດຍກົງ ແລະ ທາງອອນລາຍ ຕະຫຼອດຮອດການທຳຮ້າຍຮ່າງກາຍ, ເຊິ່ງສ່ວນຫຼາຍແມ່ນເກີດຂຶ້ນຢູ່ບ່ອນສາທາລະນະ, ໃນນັ້ນ 63% ຜູ້ປະສົບເຄາະຮ້າຍຈາກເຫດດັ່ງກ່າວ ແມ່ນແມ່ຍິງ.

        ໃນເດືອນພຶດສະພາຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊັນປະກາດກົດແຫ່ງການສະກັດກັ້ນບັນດາການກະທຳອາຄາດບາດໝາງ ແນໃສ່ປະຊາຄົມຊາວເຊື້ອຊາດ ອາຊີ ແລະ ເກາະແຫ່ງຕ່າງໆຢູ່ ປາຊີຟິກ (AAPI).

ຕອບກັບ

ຂ່າວ/ບົດ​ອື່ນ