ອາ​ເມ​ລິ​ກາ ຢັ້​ງ​ຢືນ​ ຈະ​ຮັກ​ສາ​ບັນ​ດ​າ​ຄຳ​ໝັ້ນ​ສັນ​ຍາ​ກັບ NATO ຢ່າງ​ໝັ້ນ​ແກ່ນ

(VOVWORLD) -    ວັນທີ 23 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ ໃຫ້ຄຳໝັ້ນສັນຍາສ້າງສາ ແລະ ຟື້ນຟູ ສຳພັນທະມິດການທະຫານ ອົງການສົນທິສັນຍາອັດລັງຕິກເໜືອ (NATO), ພ້ອມທັງແບ່ງປັນແຜນການຂອງ ອາເມລິກາ ກ່ຽວກັບການຖອນກຳລັງທະຫານອອກຈາກ ອາບການິດສະຖານ. 
ອາ​ເມ​ລິ​ກາ ຢັ້​ງ​ຢືນ​ ຈະ​ຮັກ​ສາ​ບັນ​ດ​າ​ຄຳ​ໝັ້ນ​ສັນ​ຍາ​ກັບ NATO ຢ່າງ​ໝັ້ນ​ແກ່ນ - ảnh 1ທ່ານລັດຖະທະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ແລະ ທ່ານJens Stoltenberg ເລຂາທິການໃຫຍ່ NATO (ພາບ: Reuters)

 ກ່າວຄຳເຫັນໃນການຢ້ຽມຢາມສຳນັກງານ NATO  ຢູ່ ບຣຸກແຊນ, ປະເທດແບນຊິກ ຄັ້ງທຳອິດ, ທ່ານລັດຖະທະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢັ້ງຢືນວ່າ ສຳພັນທະມິດພວມຢູ່ໃນໄລຍະສຳຄັນຂອງການຮັບມືກັບໄພນາບຂູ່ຕ່າງໆໃນທົ່ວໂລກ ກໍຄື ບັນຫາການປ່ຽນແປງຂອງດິນຟ້າ ອາກາດ. ໃນການພົບປະກັບທ່ານ Jens Stoltenberg ເລຂາທິການໃຫຍ່ NATO, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອສະແດງຄຳໝັ້ນສັນຍາຢ່າງໝັ້ນແກ່ນຂອງ ອາເມລິກາ ທີ່ມີຕໍ່ NATO. ກ່ຽວກັບກໍລະນີຖອນກຳລັງທະຫານອອກຈາກ ອາບການິດສະຖານ, ທ່ານ Antony Blinken ໃຫ້ຮູ້ວ່າ ອາເມລິກາ ຍັງສືບຕໍ່ຕີລາຄາບັນດາແບບວິທີ, ຈະສືບຕໍ່ຮັບຟັງ ແລະ ປຶກສາກັບບັນດາພັນທະມິດ. ຄາດວ່າ, ບັນດາລັດຖະມົນຕີການຕ່າງປະເທດໃນກຸ່ມ NATO ຈະປຶກສາຫາລືກ່ຽວກັບບັນຫາ ອາບການິດສະຖານ ໃນ 2 ວັນ ຈະມາເຖິງຢູ່ ບຣຸກແຊນ.


ຕອບກັບ

ຂ່າວ/ບົດ​ອື່ນ