ອາ​ເມ​ລິ​ກາ ຢັ້ງ​ຢືນ​ບຸ​ລິ​ມະ​ສິດ​​ການ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ

(VOVWORLD) -ເຈົ້າໜ້າທີ່ຂັ້ນສູງອາເມລິກາເນັ້ນໜັ້ກວ່າ ອາເມລິກາ ສືບຕໍ່ຊອກຫາການເຈລະຈາກັບ ສປປ.ເກົາຫຼີ ເພື່ອອາດຈະແກ້ໄຂການເຄື່ອນໄຫວນິວເຄຼຍດັ່ງກ່າວ ຂອງ ພຽງຢາງ ແລະ ທຸກໆບັນຫາທີ່ກ່ຽວຂ້ອງເຖິງການປອດນິວເຄຼຍ. ອາເມລິກາ ກໍ່ພວມຮ່ວມມືກັບບັນດາສຳພັນທະມິດ ແລະ ຄູ່ຮ່ວມມືທີ່ກ່ຽວຂ້ອງເຖິງບັນດາການຜັນແປ ຢູ່ ສປປ.ເກົາຫຼີ ຢ່າງແໜ້ນແຟ້ນ.



ອາ​ເມ​ລິ​ກາ ຢັ້ງ​ຢືນ​ບຸ​ລິ​ມະ​ສິດ​​ການ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ - ảnh 1ຮາກຖານນິວເຄຼຍຂອງ ສປປ.ເກົາຫຼີ (ພາບ: The Guardian))

ວັນທີ 30 ສິງຫາ, ເຈົ້າໜ້າທີ່ຂັ້ນສູງອາເມລິກາ ທ່ານໜຶ່ງ ໃຫ້ຮູ້ວ່າ ບົດລາຍງານກ່ຽວກັບເລື່ອງ ສປປ.ເກົາຫຼີ ເລີ່ມເຄື່ອນໄຫວເຕົານິວເຄຼຍ ໄດ້ສະແດງໃຫ້ເຫັນ ການເຈລະຈາສອງຝ່າຍ ແມ່ນຄວາມຈຳເປັນ ແລະ ວໍຊິງຕັນ ພວມຊອກຫາວິທີການແກ້ໄຂບັນຫານີ້ ກັບພຽງຢາງ.

ກອ່ນໜ້ານັ້ນ, ໜັງສືພິມ Wall Street Journal ໄດ້ຄັດສະເໜີບົດລາຍງານສະບັບໜຶ່ງຂອງ ອົງການພະລັງງານ ປະລະມານູສາກົນ(IAEA)ໂດຍໃຫ້ຮູ້ວ່າ: ສປປ.ເກົາຫຼີ ໄດ້ ເປີດເຕົານິວເຄຼຍ Yongbyon ຄືນໃໝ່ ເພື່ອຜະລິດ plutoni ເຊິ່ງແມ່ນວັດຖຸດິບ ທີ່ອາດຈະຊ່ວຍປະເທດນີ້ ຜະລິດອາວຸດນິວເຄຼຍ.

ເຈົ້າໜ້າທີ່ຂັ້ນສູງອາເມລິກາເນັ້ນໜັ້ກວ່າ ອາເມລິກາ ສືບຕໍ່ຊອກຫາການເຈລະຈາກັບ ສປປ.ເກົາຫຼີ ເພື່ອອາດຈະແກ້ໄຂການເຄື່ອນໄຫວນິວເຄຼຍດັ່ງກ່າວ ຂອງ ພຽງຢາງ ແລະ ທຸກໆບັນຫາທີ່ກ່ຽວຂ້ອງເຖິງການປອດນິວເຄຼຍ. ອາເມລິກາ ກໍ່ພວມຮ່ວມມືກັບບັນດາສຳພັນທະມິດ ແລະ ຄູ່ຮ່ວມມືທີ່ກ່ຽວຂ້ອງເຖິງບັນດາການຜັນແປ ຢູ່ ສປປ.ເກົາຫຼີ ຢ່າງແໜ້ນແຟ້ນ.

ການເຈລະຈາດ້ານນິວເຄຼຍ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໄດ້ຕົກເຂົ້າສູ່ສະພາບຈົນຕາແຈ ນັບແຕ່ປີ 2019 ພາຍໃຕ້ອຳນານການປົກຄອງ ຂອງ ທ່ານປະທານາທິບໍດີ Donald Trump. ພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Joe Biden ຮັບດຳລົງຕຳແໜ່ງ, ວໍຊິງຕັນ ແລະ ພຽງຢາງ ສືບຕໍ່ມີບັນດາຄຳວິຈານທີ່ຮ້າຍແຮງພໍສົມຄວນ ຕໍ່ກັນ ຊຶ່ງເຮັດໃຫ້ແງ່ຫວັງໃນການເຈລະຈາຖືກ ແກ່ຍາວຕື່ມອີກເປັນເວລາຫຼາຍເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ