ອາ​ເມ​ລິ​ກາ ຢັ້ງ​ຢືນ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລ​ະ​ຈາກັບ ລັດ​ເຊຍ ແລະ ຈີນ ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ອາ​ວຸດ ສະ​ບັບ​ໃໝ່​

(VOVWORLD) - ອາເມລິກາ ພ້ອມແລ້ວທີ່ຈະຮັກສາການຈຳກັດຈຳນວນລູກປືນນິວເຄຼຍຕາມສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START), ຖ້າຫາກວ່າ ລັດເຊຍ ປະຕິບັດບາດກ້າວເດີນທີ່ຄ້າຍຄືກັນ. 
ອາ​ເມ​ລິ​ກາ ຢັ້ງ​ຢືນ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລ​ະ​ຈາກັບ ລັດ​ເຊຍ ແລະ ຈີນ ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ອາ​ວຸດ ສະ​ບັບ​ໃໝ່​ - ảnh 1ທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງທໍານຽບຂ່າວ (ພາບ: ZUMA Press)

ວັນທີ 2 ມິຖຸນາ, ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງທໍານຽບຂ່າວ ທ່ານ Jake Sullivan ໃຫ້ຮູ້ວ່າ ອາເມລິກາ ພ້ອມແລ້ວທີ່ຈະຮັກສາການຈຳກັດຈຳນວນລູກປືນນິວເຄຼຍຕາມສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START), ຖ້າຫາກວ່າ ລັດເຊຍ ປະຕິບັດບາດກ້າວເດີນທີ່ຄ້າຍຄືກັນ. ກ່າວຄໍາເຫັນທີ່ກອງປະຊຸມປະຈຳປີຂອງສະມາຄົມຄວບຄຸມອາວຸດຂອງ ອາເມລິກາ ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານ Sullivan ຊີ້ແຈ້ງວ່າ ອາເມລິກາ ພ້ອມແລ້ວທີ່ຈະຮັກສາການຈຳກັດຈຳນວນລູກປືນນິວເຄຼຍ ທີ່ໄດ້ລະບຸໃນສົນທິສັນຍາ New START ຈົນຮອດເວລາໃດທີ່ ລັດເຊຍ ປະຕິບັດການກະທຳຄ້າຍຄືກັນ. ທ່ານກໍຮຽກຮ້ອງໃຫ້ ມົດສະກູ ເຂົ້າຮ່ວມສົນທິສັນຍາສະບັບໃໝ່ ແທນໃຫ້ New START ເຊິ່ງຈະໝົດຜົນສັກສິດໃນປີ 2026. ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ທຳນຽບຂາວ ຢັ້ງຢືນວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະເຈລະຈາກ່ຽວກັບສົນທິສັນຍາສະບັບໃໝ່ ກັບ ຈີນ ເຊິ່ງບໍ່ຈຳເປັນຕ້ອງມີເງື່ອນໄຂຕັດສິນຊີ້ຂາດ.


ຕອບກັບ

ຂ່າວ/ບົດ​ອື່ນ