ອາ​ເມ​ລິ​ກາ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ທັງ​ໝົດ​ກວ່າ 40 ລ້ານ​ຄົນ, ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ໂລກ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ຕິດ​ເຊື້ອ ແລະ ຜູ້​ເສຍ​ຊີ​ວິດ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 01 ກັນຍາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ກວ່າ 218 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,5 ລ້ານຄົນເສຍຊີວິດ. ຈຳນວນຜູ້ຕິດເຊື້ອລາຍໃໝ່ພາຍໃນ 24 ຊົ່ວໂມງຜ່ານມາ ແມ່ນກວ່າ 536.600 ຄົນ ແລະ ມີກວ່າ 8.000 ຄົນ ເສຍຊີວິດ.
ອາ​ເມ​ລິ​ກາ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ທັງ​ໝົດ​ກວ່າ 40 ລ້ານ​ຄົນ, ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ໂລກ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ຕິດ​ເຊື້ອ ແລະ ຜູ້​ເສຍ​ຊີ​ວິດ - ảnh 1ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດທີ່ມີຜົນກະທົບຢ່າງໜັກໜ່ວງທີ່ສຸດໃນໂລກ(ພາບ: AFP/ TTXVN)

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 01 ກັນຍາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ກວ່າ 218 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,5 ລ້ານຄົນເສຍຊີວິດ. ຈຳນວນຜູ້ຕິດເຊື້ອລາຍໃໝ່ພາຍໃນ 24 ຊົ່ວໂມງຜ່ານມາ ແມ່ນກວ່າ 536.600 ຄົນ ແລະ ມີກວ່າ 8.000 ຄົນ ເສຍຊີວິດ.

        ປັດຈຸບັນ, ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດທີ່ມີຜົນກະທົບຢ່າງໜັກໜ່ວງທີ່ສຸດໃນໂລກ. ຍ້ອນຈຳນວນຜູ້ຕິດເຊື້ອຢູ່ ອາເມລິກາ ໄລ່ຮອດປັດຈຸບັນ ແມ່ນກວ່າ 40 ລ້ານຄົນແລ້ວ, ໃນນັ້ນ ມີຫຼາຍກວ່າ 657.000 ຄົນເສຍຊີວິດ.

        ວັນທີ 31 ສິງຫາ, ບັນດານັກວິທະຍາສາດຂອງມະຫາວິທະຍາໄລແພດສາດ ແລະ ທັນຕະແພດ ໂຕກຽວ ໄດ້ປະກາດກວດພົບເຊື້ອໄວຣັດ Delta ສາຍພັນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ