ອາເມລິກາ ຢັ້ງຢືນຫຼັກໝັ້ນແຂງກະດ້າງສຳລັບ ສປປ.ເກົາຫຼີ

(VOVWORLD) - ໃນສະພາບການພົວພັນລະຫວ່າງ 2 ພາກ ເກົາຫຼີ ພວມມີບັນດາສັນຍານຕັ້ງໜ້າ, ວັນທີ 10 ກຸມພາ, ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ຍັງຄົງຢັ້ງຢືນວ່າ
ອາເມລິກາ ຢັ້ງຢືນຫຼັກໝັ້ນແຂງກະດ້າງສຳລັບ ສປປ.ເກົາຫຼີ - ảnh 1 ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence (ພາບ: AFP/TTXVN)

ອາເມລິກາ ແລະ ບັນດາປະເທດພັນທະມິດ ຍາມໃດກໍ່ສາມັກຄີກັນໃນຄວາມມານະພະຍາຍາມປິດລ້ອມ ສປປ.ເກົາຫຼີ. ກ່າວຄຳເຫັນໃນເຮືອບິນ ຂະນະທີ່ພວມກັບເມືອ ອາເມລິກາ ພາຍຫລັງ ຢ້ຽມຢາມ ສ.ເກົາຫຼີ ເພື່ອເຂົ້າຮ່ວມພິທີໄຂ Olympic ລະດູໜາວ PyeongChang 2018, ທ່ານຮອງປະທານາທິບໍດີ Pence ໃຫ້ຮູ້ວ່າ: ທ່ານ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເຫັນດີເປັນເອກະພາບ ສືບຕໍ່ຮັກສາຫຼັກໝັ້ນແຂງກະດ້າງ ກໍ່ຄືສົມທົບບັນດາຄວາມມານະພະຍາຍາມຕ້ານຄືນ ສປປ.ເກົາຫຼີ. ທ່ານເນັ້ນໜັກວ່າ ຕາບໃດ ສປປ.ເກົາຫຼີ ບໍ່ປະລະໂຄງການນິວເຄຼຍ ແລະ ລູກສອນໄຟນຳວິຖີ, ຕາບນັ້ນ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຍັງຄົງສືບຕໍ່ປິດລ້ອມປະເທດ ອາຊີຕາເວັນອອກສ່ຽງເໜືອນີ້ ທັງດ້ານການທູດ ແລະ ເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ