ອາເມລິກາ ຢັ້ງຢືນເຊີນ ຍີ່ປຸ່ນ, ສ.ເກົາຫຼີ ດຳເນີນກອງປະຊຸມສຸດຍອດ 3 ຝ່າຍ

(VOVWORLD) - ຖ້າກອງປະຊຸມໄດ້ຈັດຂຶ້ນຕາມການຄາດຄະເນ, ນີ້ຈະແມ່ນກອງປະຊຸມສຸດຍອດ 3 ຝ່າຍຄັ້ງທຳອິດເຊິ່ງໄດ້ດຳເນີນໂດຍອີງໃສ່ໂຄງການດຳເນີນງານລວມລະຫວ່າງ 3 ປະເທດ, ຫາກບໍ່ແມ່ນຢູ່ນອກເວທີປາໄສຫຼາຍຝ່າຍ.
ອາເມລິກາ ຢັ້ງຢືນເຊີນ ຍີ່ປຸ່ນ, ສ.ເກົາຫຼີ ດຳເນີນກອງປະຊຸມສຸດຍອດ 3 ຝ່າຍ - ảnh 1ການນຳ 3 ປະເທດ
(ພາບປະກອບ: Yonhap/TTXVN)

        ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊີນທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄປ ວໍຊິງຕັນ ເພື່ອເຂົ້າຮ່ວມກອງປະຊຸມ 3 ຝ່າຍ ໃນລະດູແລ້ງນີ້, ເພື່ອປຶກສາຫາລືບັນດາມາດຕະການປົວແປງການພົວພັນລະຫວ່າງ ເຊີອຸນ ແລະ ໂຕກຽວ, ພ້ອມທັງຊຸກຍູ້ການຮ່ວມມື 3 ຝ່າຍ. ແຫຼ່ງຂ່າວດັ່ງກ່າວເຊິ່ງທ່ານ Kurt Campbell, ຜູ້ປະສານງານສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກ່ຽວກັບພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ຍົກອອກມາ ໃນວັນທີ 29 ມິຖຸນາ, ໃນສະພາບທີ່ ວໍຊິງຕັນ ຫວັງວ່າ ການພົວພັນລະຫວ່າງ ຍີ່ປຸ່ນ ແລະ ສ.ເກົາຫຼີ ຈະຊ່ວຍປັບປຸງການຮ່ວມມື 3 ຝ່າຍ ຕໍ່ໜ້າບັນດາໄພນາບຂູ່ ແລະ ສິ່ງທ້າທາຍທີ່ນັບມື້ນັບເພີ່ມຂຶ້ນຢູ່ພາກພື້ນ.

        ຕາມທ່ານ Kurt Campbell ແລ້ວ, ທີ່ກອງປະຊຸມເຊິ່ງຈະດຳເນີນໃນເວລາຈະມາເຖິງນີ້, 3 ປະເທດຈະຍົກອອກບັນດາຄວາມກ້າວໜ້າທີ່ໜ້າສົນໃຈທີ່ບັນລຸໄດ້ໃນການພົວພັນລະຫວ່າງ ຍີ່ປຸ່ນ ແລະ ສ.ເກົາຫຼີ, ພ້ອມທັງພິຈາລະນາການຮ່ວມມື 3 ຝ່າຍໃນຫຼາຍຂົງເຂດໃນອະນາຄົດ. ຖ້າກອງປະຊຸມໄດ້ຈັດຂຶ້ນຕາມການຄາດຄະເນ, ນີ້ຈະແມ່ນກອງປະຊຸມສຸດຍອດ 3 ຝ່າຍຄັ້ງທຳອິດເຊິ່ງໄດ້ດຳເນີນໂດຍອີງໃສ່ໂຄງການດຳເນີນງານລວມລະຫວ່າງ 3 ປະເທດ, ຫາກບໍ່ແມ່ນຢູ່ນອກເວທີປາໄສຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ