ອາ​ເມ​ລິ​ກາ ຢຸດຕິ​ການ​​​ບິນ​ຕິດຕາມ​ກວດກາ​ເຂດ​ອ້ອມ​ແອ້ມ​ແຫຼມ​ເກົາຫຼີ

(VOVWORLD) -ໃນເກືອບ 5 ວັນທີ່ຜ່ານມາ ບໍ່ມີເຮືອບິນ RC -135S Cobra Ball ເຄື່ອນໄຫວຢູ່ເຂດກາງຝັ່ງທະເລ ສ.ເກົາຫຼີ.
ອາ​ເມ​ລິ​ກາ ຢຸດຕິ​ການ​​​ບິນ​ຕິດຕາມ​ກວດກາ​ເຂດ​ອ້ອມ​ແອ້ມ​ແຫຼມ​ເກົາຫຼີ - ảnh 1 ການນໍາ ສປປ.ເກົາຫຼີ Kim Jong-un ກ່າວຄໍາເຫັນໃນກອງປະຊຸມ ຄະນະກໍາມະການສູນກາງຂອງພັກແຮງງານ ສປປ.ເກົາຫຼີ ທີ່ດໍາເນີນໃນວັນທີ 28 ທັນວາ (ພາບ: AFP/TTXVN)

        ວັນທີ 29 ທັນວາ, ເວັບໄຊຕິດຕາມການເຄື່ອນໄຫວການບິນ Aircraft Spots ໃຫ້ຮູ້ວ່າ ອາເມລິກາ ໄດ້ຢຸດຕິການບິນຕິດຕາມກວດກາເຂດອ້ອມແອ້ມແຫຼມເກົາຫຼີ, ໃນສະພາບການທີ່ ພຽງຢາງ ບໍ່ປະຕິບັດຄໍານາບຂູ່ທີ່ວ່າ ຈະສົ່ງ “ຂອງຂວັນຄິຼດສະມາດ” ເຖິງ ອາເມລິກາ. Aircraft Spots ໃຫ້ຮູ້ວ່າ ໃນເກືອບ 5 ວັນທີ່ຜ່ານມາ ບໍ່ມີເຮືອບິນ RC -135S Cobra Ball ເຄື່ອນໄຫວຢູ່ເຂດກາງຝັ່ງທະເລ ສ.ເກົາຫຼີ. ເຮືອບິນ ອາເມລິກາ ຕິດຕາມກວດກາຢູ່ທະເລ ຍີ່ປຸ່ນ ນັບແຕ່ວັນທີ 24 – 28 ທັນວາ, ເພື່ອຕິດຕາມ ສປປ.ເກົາຫຼີ ໃນໂອກາດວັນບຸນ ຄິຼດສະມາດ.

        ໃນຂະນະນັ້ນ, ວັນທີ 30 ທັນວາ, ສື່ມວນຊົນແຫ່ງລັດ ສປປ.ເກົາຫຼີ ໄດ້ໃຫ້ຂ່າວວ່າ ປະເທດນີ້ ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອແນໃສ່ຮັບປະກັນອະທິປະໄຕ ແລະ ຄວາມຄວາມສະຫງົບປອດໄພໃຫ້ແກ່ມື້ເຮັດວຽກທີ 2 ຂອງກອງປະຊຸມຄົບຄະນະ ຄະນະກໍາມະການສູນກາງຂອງພັກແຮງງານ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ