ອາ​ເມ​ລິ​ກາ ​ຢຶດ​ໝັ​້ນ​ຫຼັກໝັ້ນກັບ ສ​ປ​ປ.ເກົາຫຼີ​

(VOVWORLD) - ວັນທີ 9 ພຶດສະພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖືວ່າ: ອາເມລິກາຖືສະພາບການຂອງ ສປປ.ເກົາຫຼີ ໃນປັດຈຸບັນແມ່ນ “ຮ້າຍແຮງທີ່ສຸດ”
ອາ​ເມ​ລິ​ກາ ​ຢຶດ​ໝັ​້ນ​ຫຼັກໝັ້ນກັບ ສ​ປ​ປ.ເກົາຫຼີ​ - ảnh 1ທ່ານ Mike Pence ຮອງປະທານາທິບໍດີ ອາເມລິກາ (ພາບ: TTXVN) 

ທ່ານ Mike Pence ຮອງປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ຈະ “ຢຶດໝັ້ນຕໍ່ຫຼັກໝັ້ນ” ກັບ ສປປ.ເກົາຫຼີ ກ່ຽວກັບໂຄງການອາວຸດນິວເຄຼຍ. ທ່ານ ຮອງປະທານາທິບໍດີ ອາເມລິກາ ໄດ້ຍົກອອກຄຳເຫັນດັ່ງກ່າວເມື່ອຖືກຖາມກ່ຽວກັບອະນາຄົດການເຈລະຈາປອດນິວເຄຼຍລະຫວ່າງ ວໍຊິງຕັນ ກັບພຽງຢາງ, ພາຍຫຼັງເຫດການຍິງລຸກສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ ແລະ ເລື່ອງ ອາເມລິກາ ກັກກ່ຳປັ່ນຂອງປະເທດ ອາຊີຕາເວັນອອກສ່ຽງເໜືອນີ້.

ວັນທີ 9 ພຶດສະພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖືວ່າ: ອາເມລິກາຖືສະພາບການຂອງ ສປປ.ເກົາຫຼີ ໃນປັດຈຸບັນແມ່ນ “ຮ້າຍແຮງທີ່ສຸດ”, ພາຍຫຼັງການຍິງລຸກສອນໄຟໄລຍະສັ້ນຂອງ ພຽງຢາງ ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານ DonaldTrump ເວົ້າວ່າ: “ບໍ່ມີໃຜດີໃຈກ່ຽວກັບສິ່ງດັ່ງກ່າວ, ແຕ່ພວກເຮົາພວມມຸ່ງຕາມທິດຕັ້ງໜ້າ. ຂ້າພະເຈົ້າຮູ້ວ່າ ເຂົາເຈົ້າຢາກເຈລະຈາ, ເຂົາເຈົ້າພວມເວົ້າກ່ຽວກັບການເຈລະຈາ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຄິດວ່າ ເຂົາເຈົ້າຍັງບໍ່ທັນກຽມພ້ອມທີ່ຈະເຂົ້າຮ່ວມການເຈລະຈາ”

ຕອບກັບ

ຂ່າວ/ບົດ​ອື່ນ