ອາ​ເມ​ລິ​ກາ ຢືນຢັນ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ເຈລະຈາ ກັບ ສປປ.​ເກົາຫຼີ

(VOVWORLD) - ວັນທີ 09 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Stephen Biegun ໄດ້ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ທີ່ແກ່ຍາວເປັນເວລາ 03 ວັນ, ໃນນັ້ນ ເຈົ້າໜ້າທີ່ການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ວໍຊິງຕັນ ລ້ວນແຕ່ສະໜັບສະໜູນການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລະ ພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈາ ຄືນໃໝ່ກັບ ສປປ.ເກົາຫຼີ.
ອາ​ເມ​ລິ​ກາ ຢືນຢັນ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ເຈລະຈາ ກັບ ສປປ.​ເກົາຫຼີ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Stephen Biegun ກັບທ່ານ Lee Do – hoon, ທູດພິເສດ ຂອງ ສ.ເກົາຫຼີ ກ່ຽວກັບບັນຫາ ສປປ.ເກົາຫຼີ  (ພາບ:YONHAP/TTXVN)

        ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Stephen Biegun ໄດ້ມີການເຈລະຈາກັບ ທ່ານຮອງລັດຖະມົນຕີການຕ່າງປະເທດທີ 1 ຂອງ ສ.ເກົາຫຼີ Cho Sei – young ແລະ ທ່ານ Lee Do – hoon, ທູດພິເສດ ຂອງ ສ.ເກົາຫຼີ ກ່ຽວກັບບັນຫາ ສປປ.ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບ ສະພາບການຢູ່ ສປປ.ເກົາຫຼີ ແລະ ບັນດາບັນຫາອື່ນໆອີກ. ທ່ານ Stephen Biegun ຍັງໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung – wha ໃນເວລາສັ້ນອີກດ້ວຍ.  ນອກຈາກການສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງຕໍ່ການພົວພັນຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີຂອງ ວໍຊິງຕັນ ແລະ ຢັ້ງຢືນຄືນໃໝ່ວ່າ ອາເມລິກາ ພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈາຄືນໃໝ່ກັບ ສປປ.ເກົາຫຼີ ບໍ່ວ່າໃນຈຸດເວລາໃດ ແລ້ວ, ທ່ານ Stephen Biegun ຍັງໄດ້ເນັ້ນໜັກເຖິງພັນທະມິດອັນໝັ້ນແກ່ນ ລະຫວ່າງ ວໍຊີງຕັນ ແລະ ເຊີອູນ ຕື່ມອີກ.

        ກ່ອນທີ່ຈະອອກຈາກ ສ.ເກົາຫຼີ ເພື່ອເດີນທາງໄປຍັງ ຍີ່ປຸ່ນ, ທ່ານ Stephen Biegun ໄດ້ມີການພົບປະກັບ ທ່ານ Suh Hoon - ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສ.ເກົາຫຼີ ຄົນໃໝ່ຢູ່ ທໍານຽບຂຽວ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບວິທີເພື່ອຊຸກຍູ້ວິວັດທະນາການສ້າງສັນຕິພາບຢູ່ແຫຼມເກົາຫຼີ ແລະ ເຫັນດີນໍາກັນວ່າ ຕ້ອງເຊື່ອມຕໍ່ການເຈລະຈາ ນິວເຄຼຍ ຄືນໃໝ່່.


ຕອບກັບ

ຂ່າວ/ບົດ​ອື່ນ